ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ຍ່າງກວດກອງກຽດຕິຍົດ |
(vovworld)- ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 2-3/9/2016. ຕອນເຊົ້າວັນທີ 3/9, ທ່ານນາຍົກລັດຖະມົນຕີທັງ 2 ໄດ້ດຳເນີນການເຈລະຈາ.
2 ຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ໜ້າການພັດທະນາຢ່າງກ້ວາງເລິກ ແລະ ແທດຈິງໃນບັນດາຂົງເຂດຮ່ວມມື, ພິເສດແມ່ນນັບແຕ່ 2 ຝ່າຍສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດເມືອ່ປີ 2007. ບົນພື້ນຖານນັ້ນ, 2 ຝ່າຍເຫັນດີຍົກລະດັບການພົວພັນ “ ຄູ່ຮ່ວມມືຍຸດທະສາດ ” ຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີທັງ 2 ໄດ້ຢຶນຢັນຄືນຄວາມຫວັງ ແລະ ຄວາມຕັດສິນໃຈຮ່ວມມືແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ ແລະ ເສລີພາບໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກບົນພື້ນຖານບັນດາຫຼັກການຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຕາມຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (DOC), ກ້າວໄປສູ່ການສ້າງກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (COC) ໂດຍໄວ.
ຖັດຈາກນັ້ນ, ໂດຍພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi, ຜູ້ຕ່າງໜ້າບັນດາກະຊວງຂະແໜງການຂອງ 2 ປະເທດໄດ້ເຊັນເອກະສານຮ່ວມມື 12 ສະບັບໃນຫຼາຍຂົງເຂດ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີທັງ 2 ໄດ້ເຂົ້າຮ່ວມການປະຊຸມກັບນັກຂ່າວ.