ຫວຽດນາມ-ອາເມລິກາ ວາງມາດຖານສາກົນໃນ ບັນຫາ MIA/POW
Nhật Quỳnh-Huy Hoàng -  
ທ່ານພົນໂທຫວຽນຈິວິ້ງຕ້ອນຮັບທ່ານນາງ Ann Mills Griffiths
(ພາບ: VOV )
(vovworld)- “ຫວຽດນາມ-ອາເມລິກາໄດ້ວາງມາດຖານສາກົນກ່ຽວກັບການຮ່ວມມືໃນບັນຫາສະເລີຍເສິກ ແລະ ຜູ້ຫາຍສາບສູນໃນປາງສົງຄາມ (MIA/POW)“. ນັ້ນແມ່ນຂໍ້ໃຫ້ສັງເກດຂອງທ່ານນາງ Ann Mills Griffiths ປະທານສະມາຄົມຄອບຄົວສະເລີຍເສີກ ແລະ ຊາວອາເມລິກາ ຫາຍສາບສູນໃນປາງສົງຄາມ ທີ່ການພົບປະກັບທ່ານພົນໂທຫວຽນຈິວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ວໍຊິງຕັນດີຊີ ເມື່ອວັນທີ 28/10. ທີ່ການພົບປະ, ທ່ານພົນໂທຫວຽນຈິວິ້ງ ເນັ້ນໜັກວ່າ:
“ອາດເວົ້າໄດ້ວ່າ: ລາຍການຊອກຫາຊາວອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ດີທີ່ສຸດ, ເຮັດໃຫ້ທັງສອງຝ່າຍລ້ວນແຕ່ມີຄວາມພຶງພໍໃຈ. ພິເສດແມ່ນ ປຊຊ ອາເມລິກາ. ນີ້ກໍແມ່ນການເຄື່ອນໄຫວທີ່ມີລັກສະນະມະນຸດສະທຳສູງ ແລະ ອາດເວົ້າໄດ້ວ່າ, ມາຮອດປະຈຸບັນນີ້, ການເຄື່ອນໄຫວນີ້ໄດ້ກາຍເປັນສັນຍາລັກໃຫ້ແກ່ສາຍພົວພັນລະຫວ່າງຫວຽດນາມ-ອາເມລິກາ“.
ສ່ວນທ່ານນາງ Ann Mills Griffiths ປະທານສະມາຄົມຄອບຄົວສະເລີຍເສີກ ແລະ ຊາວອາເມລິກາ ຫາຍສາບສູນໃນສົງຄາມ ໃຫ້ຮູ້ວ່າ: ທາງສະມາຄົມໄດ້ຮັບການສະໜັບສະໜູນຈາກຫວຽດນາມ, ລາວ ແລະ ກຳປູເຈຍ, ພິເສດແມ່ນລັດຖະບານຫວຽດນາມ:
“ບໍ່ມີໃຜຄິດໄດ້ວ່າ ພວກຂ້ພະເຈົ້າສາມາດຊອກຫາ ແລະ ຮັບຮູ້ອັດຖິຊາວອາເມລິກາ ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ໄດ້ກ່ວາ 1000 ຊຸດ. ການເຄື່ອນໄຫວດັ່ງກ່າວເລິ່ມແຕ່ປີ 1975 ເມື່ອສົງຄາມສິ້ນສຸດລົງ. ການຮ່ວມມືລະຫວ່າງຫວຽດນາມ ແລະ ອາເມລິກາ ໄດ້ວາງອອກມາດຖານສາກົນໃນບັນຫານີ້“.
Nhật Quỳnh-Huy Hoàng