ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີກະສິກຳປ່າໄມ້ອາຊຽນ
ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ
ພາບ:TTXVN
|
(vovworld)- ທ່ານນາງ ຫງວຽນທິຊວນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະສິກຳປ່າໄມ້ ອາຊຽນ ຄັ້ງທີ 35 (AMAF - 35), ກອງປະຊຸມລັດຖະມົນຕີ ກະສິກຳປ່າໄມ້ອາຊຽນກັບບັນດາປະເທດຄູ່ເຈລະຈາຄື: ຈີນ, ສເກົາຫລີ ແລະ ຍີ່ປຸ່ນ (AMAF+3) ຄັ້ງທີ 13 ແລະ ກອງປະຊຸມລັດຖະມົນຕີ ອາຊຽນ -ອິນເດຍ ຄັ້ງທີ 3 ກ່ຽວກັບການຮ່ວມມືກະສິກຳ ປ່າໄມ້ ຊື່ງດຳເນີນໄປແຕ່ວັນທີ 26-28/9 ຢູ່ ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ. ທີ່ກອງປະຊຸມ ບັນດາທ່ານລັດຖະມົນຕີ ໄດ້ຢືນຢັນຄວາມສຳຄັນຂອງການຮ່ວມມືກະສິກຳປ່າໄມ້ ແລະ ສິນໃນນ້ຳ ໃນຂອບເຂດ AMAF ແລະ AMAF+3 ພ້ອມທັງຮຽກຮ້ອງຊຸກຍູ້ການຮ່ວມມືໃນພາກພື້ນກວ່າອີກ ເພື່ອມຸ່ງໄປເຖິງສ້າງປະຊາຄົມອາຊຽນພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ໝັ້ນຄົງ. ພິເສດ ບັນດາທ່ານລັດຖະມົນຕີໄດ້ປຶກສາຫາລື ແລະ ຍົກອອກບັນດາລັດຖະນະໂຍບາຍສຳຄັນທີ່ກ່ຽວຂ້ອງເຖິງຂົງເຂດຕ່າງໆຄື: ຄຳ້ປະກັນສະບຽງອາຫານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ກະສິກຳປ່າໄມ້, ສິນໃນນ້ຳ ເພື່ອຍົກສູງທີ່ຕັ້ງບົດບາດ ແລະ ຄວາມສາມາດແກ້ງແຍ້ງຂອງຜະລິດຕະພັນກະເສດຂອງອາຊຽນໃນຕະຫລາດພາກພື້ນ ແລະ ໂລກ.