ພາບປະກອບ
|
(vovworld) - ວັນທີ 12/5 ສະຖານທູດຫວຽດນາມ, ກະຊວງການຕ່າງປະເທດອາເມລິກາ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ (ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ) ມະຫາວິທະຍາໄລ BYU ຂອງອາເມລິກາ ແລະ ສະຖາບັນຮ່ວມສຳພັນທົ່ວໂລກ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ “ສາສະໜາ ແລະ ອຳນາດຕິຕິບັນຍັດ“ ຢູ່ນະຄອນຫຼວງວໍຊິງຕັນ DC, ບັນດານັກຮຽນຮູ້, ປັນຍາຊົນ ແລະ ຜູ້ມີຍົດຖາບັນດາສັກໃນສາສະໜາສອງປະເທດ ໄດ້ຕີລາຄາສູງກອງປະຊຸມສຳມະນາ, ເພາະວ່ານີ້ບໍ່ພຽງແຕ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ແລະ ອາເມລິກາ ທາບທາມນະໂຍບາຍ, ພິເສດແມ່ນນະໂຍບາຍສາສະໜາເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ສອງປະເທດເພີ່ມທະວີການພົບປະແລກປ່ຽນ, ເຂົ້າໃຈເຊິ່ງກັນ ແລະ ກັນໃນຂົງເຂດສາສະໜາ, ການເຫຼື້ອມໄສອີກດ້ວຍ. ທ່ານຮອງຫົວໜ້າກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດຫວຽດນາມ, ຈິ້ງງອກແທກ ໃຫ້ຮູ້ວ່າ, ຜ່ານກອງປະຊຸມສຳມະນານີ້, ຝ່າຍອາເມລິກາ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບບັນຫາສາສະໜາ ແລະ ບັນດານະໂຍບາຍສາສະໜາຂອງຫວຽດນາມ ກວ່າ. ບັນດານັກຮຽນຮູ້ຫວຽດນາມ ກໍ່ຊອກຮູ້ໄດ້ຫຼາຍບົດຮຽນໃນການສ້າງກົດໝາຍ, ພິເສດແມ່ນຄວາມເສລີທາງສາສະໜາໃນສັງຄົມໃໝ່, ສັງຄົມກ້າວໜ້າ.