ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາອາຊຽນກ່ຽວກັບໂຈນສະຫລັດແລະກໍການຮ້າຍບົນທະເລ

ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາອາຊຽນກ່ຽວກັບໂຈນສະຫລັດແລະກໍການຮ້າຍບົນທະເລ  - ảnh 1
ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ
​ສຳ​ມະ​ນາ​ອາ​ຊຽນ
ພາບ:baomoi.com

(vovworld)- ກອງ​ປະ​ຊຸມ​ສຳ​ມະ​ນາ ອາ​ຊຽນ​ກ່ຽວ​ກັບ​ໂຈນ​ສະ​ຫລັດແລະ​ກໍ​ກາ​ນ​ຮ້າຍ​ບົນ​ທະ​ເລ ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 24-26/2 ຢູ່ ນະ​ຄອນ​ຫລວງ ກົວ​ລາ​ລຳ​ເປີ ຂອງ​ມາ​ເລ​ເຊຍ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ​້​ແທນ 64 ຄົນ​ມາ​ຈາກ​ 10 ປະ​ເທດ ສະ​ມາ​ຊິກ ອາ​ຊຽນ. ໃນ​ບົດປະ​ກອບ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ເມື່ອ​ຕອນ​ບ່າຍ​ວັນ​ທີ 25/2, ພັນ​ຕີ ເຈີນ​ທິ​ກີມງວຽດ, ຮອງ​ຫົວ​ຫນ້າ​ພະ​ແນກ​ຮ່ວມ​ມື​ຫລາຍ​ຝ່າຍ, ກົມ​ພົວ​ພັນ​ຕ່າງ​ປະ​ເທດ, ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ, ຕາງ​ຫນ້າ​ໃຫ້​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ຄວາມ​ສະ​ຫງົບ​ປອດ​ໄພ​ການ​ເດີນ​ທະ​ເລ​ໃນ​ພາກ​ພື້ນ ນັບ​ມື້​ນັບ​ສັບ​ສົນ ດ້ວຍ​ການ​ບຸກ​ໂຈມ​ຕີ​ໂຈນ​ສະ​ຫລັດ​ນັບ​ມື້​ນັບ​ຮ້າຍ​ແຮງ, ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ສະ​ຫງົບ​ປອດ​ໄພ​ໃນ​ພາກ​ພື້ນ. ຕໍ່​ຫນ້າ​ສະ​ພາບ​ການ​ດັ່ງ​ກ່າວ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຄວນ​ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຕ້ານ​ໂຈນ​ສະ​ຫລັດ ແລະ ກໍ່​ການ​ຮ້າຍ, ຈັດ​ຕັ້ງ​ບັນ​ດາ​ລາຍ​ການ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ກ່ຽວ​ກັບ​ການ​ຕ້ານ​ໂຈນ​ສະ​ຫລັດ ແລະ ກໍ​ການ​ຮ້າຍ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ເພີ່ມ​ທະ​ວີ​ການ​ຝື​ກ​ຊ້ອມ​ຮ່ວມ​ຕ້ານ​ໂຈນ​ສະ​ຫລັດ ແລະ ກໍ່​ການ​ຮ້າຍ​ບົນ​ທະ​ເລ. ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ຕັ້ງ​ຫນ້າເປັນ​ເຈົ້າ​ການໃນ​ການ​ປ້ອງ​ກັນ ຕ້ານກໍ່​ກາ​ນ​ຮ້າຍ ແລະ ໂຈນ​ສະ​ຫລັດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ພ​າກພື້ນ.

ຂ່າວ/ບົດ​ອື່ນ