ຮ້ານວາງສະແດງຂອງ ຫວຽດນາມ ທີ່ງານຕະຫຼາດນັດກຸສົນສາກົນ Bazaar
(ພາບ: TTXVN)
(vovworld) - ວັນທີ 7/12, ງານຕະຫຼາດນັດກຸສົນສາກົນ Bazaar ໄດ້ດຳເນີນຢູ່ໂຮງແຮມ Ashok, ໃຈກາງນະຄອນຫຼວງ New Delhi ຂອງອິນເດຍ, ດ້ວຍການເຂົ້າຮ່ວມຂອງບັນດາສະຖານທູດປະເທດຕ່າງໆປະຈຳອິນເດຍ. ງານຕະຫຼາດນັດກຸສົນສາກົນ Bazaar ແມ່ນການເຄື່ອນໄຫວປະຈຳປີຂອງຄະນະການທູດຢູ່ອິນເດຍໃນທ້າຍປີ, ໂດຍສະຫະສະມາຄົມແມ່ຍິງກຸ່ມວັດຖະນາຖາວອນລວມປະຈຳ New Delhi ຈັດຕັ້ງ. ນອກຈາກຈຸດປະສົງສ້າງກອງທຶນກຸສົນແລ້ວ, ງານຕະຫຼາດນັດ Bazaar ກໍ່ແມ່ນໂອກາດເພື່ອໂຄສະນາເຜີຍແຜ່, ແນະນຳບັນດາຮູບພາບປະເທດ, ມະນຸດ, ຜະລິດຕະພັນສິລະປະຫັດຖະກຳ ແລະ ວັດທະນະທຳອາຫານການກິນຂອງແຕ່ລະປະເທດ. ຮ້ານວາງສະແດງສິນຄ້າຂອງຫວຽດນາມ ໄດ້ຮັບການປະດັບປະດາຢ່າງປະທັບໃຈ, ແນະນຳຜະລິດຕະພັນສິລະປະຫັດຖະກຳຫຼາຍປະເພດຄື: ໂຖດອກໄມ້, ກຸບ, ກັບສີຂັດມັນ…ອັນໄດ້ດຶງດູດແຂກມາທ່ຽວຊົມ ແລະ ຊື້ ເປັນຈຳນວນຫຼວງຫຼາຍ.