ຫວຽດນາມເຂົ້າຮ່ວມງານຕະຫຼາດນັດແຫ່ງການກຸສົນປະຈຳປີຢູ່ຢູແກຼນ
ຮ້ານວາງສະແດງຂອງ ຫວຽດນາມ ຢູ່ງານຕະຫຼາດນັດແຫ່ງການກຸສົນ “Charity Bazaar 2016”
(ພາບ: Dương Trí/TTXVN)
|
(vovworld) – ຢູ່ນະຄອນຫຼວງ ກີແອບ ຫາກໍ່ຈັດຕັ້ງງານຕະຫຼາດນັດແຫ່ງການກຸສົນ “Charity Bazaar 2016” ຄັ້ງທີ 24 ດ້ວຍການເຂົ້າຮ່ວມຂອງສະຖານທູດ ແລະ ບັນດາອົງການສາກົນມີສຳນັກງານຕັ້ງຢູ່ ກີແອບ 40 ແຫ່ງ. ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດດ້ວຍຈິດໃຈອຸ້ມສູ່ຊ່ວຍເຫຼືອ, ສະແດງໃຫ້ເຫັນທາດແທ້ອັນດີງາມຂອງຊາວ ຫວຽດນາມ ແລະ ກໍ່ແມ່ນໂອກາດເພື່ອໃຫ້ເພື່ອນມິດສາກົນຮູ້ຈັກເຖິງສີສັນວັດທະນະທຳຂອງຊາດ ຫວຽດນາມ ຜ່ານບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງປະຊາຊົນ ແລະ ປະເທດ ຫວຽດນາມ. ຮ້ານວາງສະແດງ ຂອງ ຫວຽດນາມ ປີນີ້ອຸດົມສົມບຸນພໍສົມຄວນ, ໄດ້ວາງສະແດງບັນດາຜະລິດຕະພັນກະເສດ, ສະບຽງອາຫານທີ່ເປັນມູນເຊື້ອ, ການຢາພື້ນເມືອງ, ເຄື່ອງຫັດຖະກຳ, ບັນດາຜະລິດຕະພັນວັດທະນະທຳ, ການທ່ອງທ່ຽວ ແລະ ອາຫານການກິນ. ຮ້ານວາງສະແດງຂອງ ຫວຽດນາມ ໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນ ຢູແກຼນ, ເພື່ອນມິດສາກົນ ແລະ ຊາວ ຫວຽດນາມ ຢູ່ຢູແກຼນ ເປັນຈຳນວນຫຼວງຫຼາຍ. ຈຳນວນເງິນທີ່ສະຖານທູດ ຫວຽດນາມ ເກັບມາໄດ້ຈາກການຂາຍເຄື່ອງຢູ່ງານຕະຫຼາດນັດນີ້ຈະສົ່ງເຖິງສະພາກາແດງ ຢູແກຼນ ເພື່ອໜູນຊ່ວຍໃຫ້ເດັກນ້ອຍພິການ ແລະ ຄົນທຸກຍາກ ຢູແກຼນ.