ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ132

ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ132 - ảnh 1
ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 128
ພາບ: internet


(vovworld)-  ​ດ້ວຍ​ຄຳ​ເຫັນ​ດີ​ຢ່າງ​ສູງ​ສຸດ, ສະພາ​ບໍລິຫານ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​(IPU)​ໄດ້​ຮັບ​ຮອງ​ເອົາ​ເລື່ອງ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 ​ໃນ​ຕົ້ນ​ປີ 2015. ​ເດືອນ 8/2012, ສະພາ​ແຫ່ງ​ຊາດ ຫວຽດນາມ​ໄດ້​ສະ​ເຫ​ນີຢ່າງ​ເປັນ​ທາງ​ການ​ ​ຢາກ​ເປ​ັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132. ​ແລະ​ທີ່​ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 128 ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ Quito ປະ​ເທດ Ecuado ​ໃນ​ວັນ​ທີ 27/3 ​ໄດ້​ດຳ​ເນີນ​ວາລະ​ປະ​ຊຸມ​ເພື່ອ​ຕັດສິນ​ບັນຫາ​ສຳຄັນ​ຕ່າງໆ​ຂອງ​ອົງການ, ​ໃນ​ນັ້ນ​ພິຈາລະນາ​ຂໍ້​ສະ​ເຫ​ນີ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ຕໍ່​ໆ​ໄປ​ຂອງ IPU.

ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ນຳ​ຫນ້າ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ IPU 128. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ເຈລະຈາ​ກັບ​ປະທານ​ນາ​ທິບໍດີ, ​ແລະ ຮອງ​ປະທານ​ສະພາ​ແຫ່ງ​ຊາດ Ecuado ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ ຫວຽດນາມ ​ແລະ Ecuado ກໍ​ຄື​ປັບປຸງ​ສາຍ​ພົວພັນ​ລະຫວ່າງ​ອົງການ​ນິຕິ​ບັດ​ຍັດ​ຂອງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ