ຫວຽດນາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸDianmu

ຫວຽດນາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸDianmu - ảnh 1
ພາບປະກອບ

(vovworld) –  ຮອດ​ຈຸ​ດ​​ເວລາ​ນີ້, ພາຍຸ Dianmu ​ໄດ້​ພັດ​ເຂົ້າ​ບັນດາ​ແຂວງ​ພາກ​ເໜືອ ຫວຽດນາມ ​ໃນ​ວັນ​ທີ 19/8 ​​ເຮັດ​ໃຫ້​ໜຶ່ງ​ຄົນ​ເສຍ​ຊີວິດ, 2 ຄົນ​ຖື​ກຫາຍ​ສາບ​ສູນ, ​ເສັ້ນທາງ​ຫຼາຍສາຍຖືກ​ເຊາະ​ເຈື່ອນ. ​ເນື້ອ​ທີ່​ປູກ​ພຶດຫຼາ​ຍ​ເຮັດ​ຕາຖືກ​ທຳລາ​ຍ​. ທີ່​ກອງ​ປະຊຸມ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ວຽກປ້ອງ​ກັນ, ຕ້ານ​ໄພພິບັດ​ທຳ​ມະ​ຊາດ​ໃນ​ຕອນ​ເຊົ້າ​ວັນ​ທີ 20/8, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ຊວນ​ເກື່ອງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​​ໄພພິບັດ​ທຳ​ມະ​ຊາດ ​ໄດ້​ໃສ່​ໃຈ​ວ່າ: ບັນດາ​ທ້ອງ​ຖິ່ນ​ຢູ່​ພາກ​ເໜືອ ຕ້ອງ​ຕິດຕາມ​ການ​ຜັນ​ແປ​ຂອງ​ສະພາບ​ຝົນຕົກ, ນ້ຳ​ຖ້ວມ, ນ້ຳ​ແກງ​ພາຍຫຼັງ​ພາຍຸ. ບັນດາ​ແຂວງ​ເຂດ​ພູ​ດອຍ​ສືບ​ຕໍ່​ກວດກາ ​ແລະ ຜັນ​ຂະຫຍາຍ​ການ​ອົບ​ພະຍົບປະຊາຊົນ​ຢູ່​ບັນດາ​ເຂດ​ອັນຕະລາຍ, ມີ​ໄພ​ຈະ​ເກີດ​ນ້ຳ​​ແກ່ງຖ້ວມ, ​ດິນ​ເຊາະ​ເຈື່ອນ. ຜັນ​ຂະຫຍາຍ​ບັນດາ​ວິທີ​ການ​ປົກ​ປັກ​ຮັກ​ສາ​ເຂົ້າ ​ແລະ ພືດ, ຮັບປະກັນ​ຄວາມ​ປອດ​ໄພ​ຢູ່​ບັນດາ​ໜອງ, ​ບັນດາ​ກິດຈະກຳ​ຊົນລະປະທານ​ຕົ້ນ​ຕໍ່:

        “ບັນດາ​ທ້ອງ​ຖິ່ນ​ຈາກ​​ແຂວງ ​ເງາະ​ອານ ຮອດ​ບັນດາ​ແຂວງ​ຢູ່​ພາກ​ເໜືອ​ຕ້ອງ​ຈັດກຳລັງ​ຕິດ​​ແທດ​ບັນດາ​ບໍລິ​ເວນ​ມີ​ໄພຈະ​ເກີດ​ນ້້ຳ​ແກ່ງຖ້​ວມ​ເພື່ອ​ແນ​ະນຳ​ໃຫ້​ແກ່​ປະ​ຊາ​ຊົນ. ສຸມ​ໃສ່​ລະບາຍ​ນ້ຳ ​ແລະ ​ບົວລະບັດ​ເຂົ້າສານ, ພືກ. ພິ​ເສດ​, ​ເອົາ​ໃຈ​​ໃສ່​ເຖິງໜອງ​ບັນຈຸນ້ຳ 28 ​ແຫ່ງ​​​ເຊິ່ງມີ​ນ້ຳເຕັມ​ແລ້ວ​ໃນ​ຈຸດ​ເວລາ​ປະລິມານ​ນ້ຳ​ເຂົ້າ​ໜອງ​ສືບ​ຕໍ່​ເພີ່ມ​ຂຶ້ນ.”

        ​ຢູ່​ເມືອງ ກິ່​ເຊີນ, ​ແຂວງ ​ເງາະ​ອານ, ​ເພື່ອ​ຫລຸດຜ່ອນ​ຜົນ​ຮ້າຍ​ຈາກ​ຝົນຕົກ, ນ້ຳ​​ແກ່ງຖ້ວມ​ກໍ່​ຂຶ້ນ, ຄະນະ​ກຳມະການ​ປະຊາຊົນ​​​ເມືອງ​ໄດ້​ຈັດຕັ້ງ​ບັນດາ​ຄະນະ​ກວດກາ​ສະພາບ​ຄວາມ​​ເສຍຫາຍ, ຊ່ວຍ​ປະຊາຊົນ​ໄປ​ອົບ​ພະຍົບ​ເຖິງ​ບ່ອນ​ປອດ​ໄພ. ທ່ານ​ຫງວຽນ​ແທງ​ຮ່ວາງ, ຫົວໜ້າ​ຄະນະ​ປ້ອງ​ກັນ, ຕ້ານ​ໄພພິບັດ​ທຳ​ມະ​ຊາດ ​ແລະ ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ເມືອງ ກີ່​​​ເຊີນ, ​ແຂວງ ​ເງາະ​ອານ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ລະ​ດົມ​ກຳລັງ​ຕຳຫຼວດ, ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ແລະ ອຳນາດ​ການ​ປົກຄອງ​ຂັ້ນ​ຕາ​ແສງ​ ຍົກຍ້າຍ​ປະຊາຊົນ​ອອກ​ຈາກ​ເຂດ​ຖືກ​ນ້ຳ​ຖ້ວມ, ​ເຂດ​ດິນ​ເຊາະ​ເຈືອ​ນ. ​ເມື່ອ​ນ້ຳ​ຖອນ​ອອກແລ້ວ, ພວກ​ຂ້າພະ​ເຈົ້າ​ຈະ​ດຳ​ເນີນ​ການ​ໜູນ​ຊ່ວຍ​ບັນດາ​ຄອບຄົວ​ຕາມ​ນະ​ໂຍບາຍ​ຂອງ​ລັດ. ນອກ​ນັ້ນ, ​ເມືອງ​ຈະ​ຫັກ​​ງົບປະມານ​ສ່ວນ​ໜຶ່ງເພື່ອ​ໜູນ​ຊ່ວຍ​ປະຊາ​ຊົນ.”


ຂ່າວ/ບົດ​ອື່ນ