ຫວຽດນາມແມ່ນຕະຫຼາດທີ່ມີຄວາມສາມມາດບົ່ມຊ້ອນໃຫ້ບັນດາວິສາຫະກິດຍີ່ປຸ່ນ
(ຫວຽດນາມແມ່ນຕະຫຼາດທີ່ມີຄວາມສາມມາດບົ່ມຊ້ອນ
ໃຫ້ບັນດາວິສາຫະກິດຍີ່ປຸ່ນ)
(vovworld) - ຕອນເຊົ້າວັນທີ 17/9, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ພົບປະເຈລະຈາກັບທ່ານປະທານສະພາຕຳ່ຍີ່ປຸ່ນ Oshima Tadamori. ແລະກໍ່ໃນຕອນເຊົ້າວັນທີ 17/9, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ໄດ້ໃຫ້ການຕ້ອນຮັບປະທານພັກກອມມູນິດຍີ່ປຸ່ນ Kazuo Shii, ຕ້ອນຮັບທ່ານປະທານພັກປະຊາທິປະໄຕຍີ່ປຸ່ນ Katsuya Okada ແລະເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກອມມູນິດຍີ່ປຸ່ນ; ໃຫ້ການຕ້ອນຮັບປະທານອົງການຮ່ວມມືສາກົນຍີ່ປຸ່ນ (JICA) Tanaka Akihito.
ຕອນທ່ຽງວັນທີ 17/9, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີການພົບປະກັບການນຳສະຫະພັນບັນດາອົງການຈັດຕັ້ງເສດຖະກິດຍີ່ປຸ່ນ (KEIDANREN). ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີວ່າ, ດ້ວຍບົດບາດຂອງຕົນ KEIDANREN ສືບຕໍ່ຈັດຕັ້ງເພື່ອໃຫ້ບັນດາວິສາຫະກິດຍີ່ປຸ່ນ ເພີ່ມທະວີການທຳມາຫາກິນກັບຫວຽດນາມ, ປະກອບສ່ວນຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳສອງປະເທດຢ່າງມີປະສິດທິຜົນ.
“ໃນການພົບປະຄັ້ງຕ່າງໆ, ໃນນັ້ນມີການພົບປະລະຫວ່າງຂ້າພະເຈົ້າກັບທ່ານນາຍົກລັດຖະມົນຕີ Abe ລ້ວນແຕ່ເຫັນດີຕີລາຄາວ່າ, ໄລຍະຜ່ານມາ, ການພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງຈົບງາມ, ແລະ ຫວັງວ່າໄລຍະຈະມາເຖິງ, ການພົວພັນນີ້ຈະຮັບການພັດທະນາກວ່າອີກ. ສິ່ງດັ່ງກ່າວສະແດງອອກໃນຖະແຫຼງການກ່ຽວກັບວິໄສທັດລວມກ່ຽວກັບການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ. ໃນວິໄສທັດລວມນັ້ນ, ພວກຂ້າພະເຈົ້າຫວັງວ່າ KEIDANREN ຈະສືບຕໍ່ປຶກສາຫາລືກັບບັນດາວິສາຫະກິດຢ່າງລະອຽດໃນແຕ່ລະໂຄງການ, ແຕ່ລະຂົງເຂດ, ເພື່ອສືບຕໍ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ“.