ຫວຽດນາມແມ່ນໜຶ່ງໃນບັນດາເສົາຄ້ຳໃນນະໂຍບາຍ“ມຸ່ງໄປສູ່ທິດຕາເວັນອອກ”ຂອງອິນເດຍ


ຫວຽດນາມແມ່ນໜຶ່ງໃນບັນດາເສົາຄ້ຳໃນນະໂຍບາຍ“ມຸ່ງໄປສູ່ທິດຕາເວັນອອກ”ຂອງອິນເດຍ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Salman Khurshid
(ພາບ: Topnews)

(vovworld) - ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​​ໃນ​ນະ​ໂຍບາຍ“ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ”ຂອງ​ອິນ​ເດຍ ​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Salman Khurshid ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວສຳນັກ​ຂ່າວສານ​ຫວຽດນາມ ປະຈຳ New Delhi, ກ່ອນ​ການ​ຢ້ຽມຢາມ ອິນ​ເດຍ ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແຕ່​ວັນ​ທີ​ 19 – 22/11, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ Manmohan Singh.

    ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ Salman Khurshid ​ເນັ້ນ​ໜັກ​ວ່າ: ອິນ​ເດຍ ລໍຄອຍ​ການ​ຢ້ຽມຢາມ​ນີ້​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ​ເຊື່ອໝັ້ນ​ວ່າ ນີ້​ຈະ​ແມ່ນ​ບາ​ດລ້ຽວ​ໃນ​ກາ​ນພົວພັນ​ຄູ່​ຮ່ວ​​ມມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ Salman Khurshid  ຖື​ວ່າ​: ປະຈຸ​ບັນ, ອິນ​ເດຍ ​ແລະ ຫວຽດນາມ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ເພື່ອ​ເປີດ​ກ້ວາງ​ການ​ຮ່ວມ​ມື 2 ຝ່າຍ. ​ໃນ​ປີ​ນີ້, ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໄດ້​ເພີ່ມ​ຂຶ້ນ 40% ​ແລະ ​New Delhi ​ເຊື່ອ​ໝັ້ນ​ວ່າ: 2 ປະ​ເທດ​ຈະ​ບັນລຸ​ຈຸດໝາຍ 7 ຕື້ USD ​ໃນ​ປີ 2015. ການ​ລົງທຶນ​ຂອງ ອິນ​ເດຍ ​ເຂົ້າ ຫວຽດນາມ ກໍ່​ເພີ່ມ​ຂຶ້ນ​ສູງ, ​ແຕ່​ຍັງ​ມີ​ບໍລິສັດ ອິນ​ເດຍ ຫຼາຍ​ແຫ່ງ​ຢາກ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດນາມ.​ ທ່ານ​ລັດຖະມົນຕີ​​ Salman Khurshid  ຕີ​ລາຄາ​ສູງ​ເລື່ອງ​ສ້າງ​ຕັ້ງ​ສາຍ​ການບິນ​ໂດຍ​ກົງ, ​ປະຈຸ​ບັນ​ພວມ​ໄດ້ຮັບ​ການ​ສົ່ງ​ເສີມ​ຈາກ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ, ຈະ​ສ້າງ​ກຳລັງ​ໜູນ​ອັນ​ໃຫຍ່​ຫຼວງ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ, ການ​ທ່ອງ​ທ່ຽວ ​ແລະ ພົວພັນແລກປ່ຽນລະຫວ່າງ ປະ​ຊາ​ຊົນ 2 ປະ​ເທດ.

    ​ໃນ​ຂະນະ​ນັ້ນ, ​ໃນ​ວັນ​ທີ 15 - 16/11, ບັນດາ​ສຳນັກ​ຂ່າວສານ​ໃຫຍ່​ຂອງ ອິນ​ເດຍ ​ລ້ວນ​ແຕ່​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ ອິນ​ເດຍຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ໋ຈ້ອງ. ບັນດາ​ສຳນັກ​ຂ່າວສານ​​ໄດ້​ໄຈ້​ແຍກ​ວ່າ: ອິນ​ເດຍ ​ແລະ ຫວຽດນາມ ມີ​ການ​ພົວພັນ​ມິດຕະພາບ​ສະໜິດສະໜົມ, ​ເຊິ່ງສະ​ແດງ​ອອກຜ່ານ​ການ​ແບ່ງປັນ​ຜົນ​ປະ​ໂຫຍ​ດ, ການ​ຮ່ວມ​ມື ​ແລະ ຄວາມ​ເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ ກັນ. ການ​ພົວພັນ 2 ຝ່າຍ ຫວຽດນາມ - ອິນ​ເດຍ ​ໄດ້​ພັດທະນາ​ຢ່າງ​ແຮງ​ໃ​ນ​ໄລຍະ​ມໍ່ໆ​ມາ​ນີ້ ​ແລະ ​ແນ່ນອນ​ວ່າ​ຈະ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຮງ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້.

 



ຂ່າວ/ບົດ​ອື່ນ