ຫວຽດນາມແລະອະຟະລິກາໃຕ້ເພີ່ມທະວີການຮ່ວມມືການຄ້າ,ການລົງທຶນແລະການທ່ອງທ່ຽວ

ຫວຽດນາມແລະອະຟະລິກາໃຕ້ເພີ່ມທະວີການຮ່ວມມືການຄ້າ,ການລົງທຶນແລະການທ່ອງທ່ຽວ - ảnh 1
ຮ້ານ​ວາງ​ສະ​ແດງ​ຂອງ ຫວຽດ​ນາມ ຢູ່ ອາບ​ຟ​ຣີ​ການ
(ພາບປະ​ກອບ: Vietnam+)

(vovworld)​ ​- ວັນ​ທີ 31/10, ຢູ່​ນະຄອນ Durban ຂອງ​ອະ​ຟະ​ລິ​ກາ​ໃຕ້, ສະຖານທູດ​ຫວຽດນາມ​ ປະຈຳ​ອະ​ຟະ​ລິ​ກາ​ໃຕ້​ໄດ້​ຈັດ​ຕັ້ງ “​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງ​ທ່ຽວ​ຫວຽດນາມ-​ອະ​ຟະ​ລິ​ກາ​ໃຕ້”. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ເວທີ​ປາ​ໄສ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອະ​ຟະ​ລິ​ກາ​​ໃຕ້​ເລ​ຮຸຍ​ຮ່ວາງ ຢັ້ງຢືນ​ວ່າ: ຫວຽດນາມ​ຖື​ເປັນ​ສຳຄັນ​ການພັ​ດທະ​ນາ​ການພົວພັນ​ຮອບດ້ານ​ ກັບອະ​ຟະ​ລິ​ກາ​ໃຕ້​ຢ່າງ​ແທດ​ຈິງ ​ໃນ​ນັ້ນ​ມີ​ແຂວງ KwaZulu-Natal ​ແລະ ນະຄອນ​ Durban. ພາຍຫຼັງ​ການ​ນຳ​ສະ​ເໜີ ​ກ່ຽວ​ກັບຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື ລະຫວ່າງ 2 ປະ​ເທດ, ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮຸຍ​ຮ່ວາງ ​ແລະ ທ່ານ​ທີ່​ປຶກສາ​ການ​ຄ້າ​ສະຖານທູດ​ຫວຽດນາມ ປະຈຳ​ອະ​ຟະ​ລິ​ກາ​ໃຕ້​ຫງວຽນ​ຮົ່ງຕ໋ຽນ ​ໄດ້ຕອບບັນດາ​ຄຳ​ຖາມ​ຂອງ​ບັນດາ​ວິ​ສາ​ຫະກິດ​ຢູ່​ທ້ອງ​ຖິ່ນ, ​ເຮັດ​ແຈ້ງ​ບັນດາ​ນະ​ໂຍບາຍ​ຂອງ​ຫວຽດນາມ ກ່ຽວ​ກັບ​​ການສົ່ງ​ເສີມ​ການ​ລົງທຶນ, ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ກ່ຽວ​ກັບ​ພາສີອາກອນ, ສິນ​ເຊື່ອ​ພື້ນຖານ​ໂຄງ​ລ່າງ​ໃຫ້​​ແກ່ບັນດາ​ວິ​ສາ​ຫະກິດ.

            ບັນດາ​ຜູ້​ແທນ​ຂອງ​ແຂວງ KwaZulu-Natal ກໍ່​ແນະນຳ​ກັບ​ບັນ​ດາ​ຜູ້​ແທນ​ຂອງຫວຽດນາມ​ ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານເສດຖະກິດ, ການ ທ່ອງທ່ຽວ​ຂອງ​ທ້ອງ​ຖິ່ນ.

 


ຂ່າວ/ບົດ​ອື່ນ