ຫວຽດນາມແລະອາເມລິກາເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານນິວເຄຼຍເພື່ອຈຸດໝາຍສັນຕິພາບ

ຫວຽດນາມແລະອາເມລິກາເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານນິວເຄຼຍເພື່ອຈຸດໝາຍສັນຕິພາບ - ảnh 1
ການເຊັນສັນຍາ ລະຫວ່າງ 2 ຝ່າຍ
(ພາບ: Mai Hà/Vietnam+)

(vovworld) – ວັນ​ທີ 6/5, ຢູ່ ຮ່າ​ໂນ້ຍ, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ກ່ຽວ​ກັບ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍສັນຕິພາບ (ສັນຍາ 123). ສັນ​ຍາ​ 123 ​ເປັນ​ຂີດ​ໝາຍ​ບາດກ້າວ​ສຳຄັນ​ກ່ຽວ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ ​ເພື່ອ​ຈຸດໝາຍ​ສັນຕິພາບ, ພ້ອມ​ທັງ​ເປີດ​ແງ່​ຫວັງ​ອັນ​ໃຫຍ່​ຫຼວງ​ໃຫ້​ທັງ 2 ຝ່າຍ​ໃນ​ການ​ຊຸກຍູ້​ບັນດາ​ໂຄງການ​ລົງທຶນ​ຮ່ວມ​ມື​ລະອຽດກ່ຽວ​ກັບ​ການ​ນຳ​ໃຊ້ລັງສີກໍ່​ຄືກ​ານພັດທະນາ​ໄຟຟ້າ ນິວ​ເຄຼຍຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ສັນຍາ​ຮ່ວມ​ມື​ລະຫວ່າງ ລັດຖະບານ ຫວຽດນາມ ​ແລະ ລັດຖະບານ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ນຳ​ໃຊ່​ພະລັງງານ​ນິວ​ເຄຼຍສັນຕິພາບ ​ໄດ້​ຮັບ​ການ​ລົງ​ນາມ​ບົນ​ຈິດ​ໃຈ​ຂອງ​ໝວດ 123 ກ່ຽວ​ກັບ “ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອື່ນ” ​ໃນ​ກົດໝາຍ​ວ່າ​ດ້ວຍ​ພະລັງງານ​ປະລະມານູ ປີ 1954 ຂອງ ອາ​ເມ​ລິ​ກາ, ​ເພື່ອ​ແນ​ໃສ່​ປັບ​ປຸງການ​ພົວພັນ​ດ້ານ​ການ​ຄ້າ​ໃນ​ຂົງ​ເຂດ​ພະລັງງານ​ນິວ​ເຄຼຍ. ນອກຈາກ​ນັ້ນ​ດ ສັນຍາ 123 ກໍ່ສ້າງ​ກອບ​ກົດໝາຍ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື ອາ​ເມ​ລິ​ກາ ​ໃນ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ, ບຳລຸງ​ສ້າງ, ພັດທະນາ ​ແລະ ນຳ​ໃຊ້​ພະລັງງານ​ປະລະມານູ, ພິ​ເສດ​ໃນ​ການ​ພັດທະນາ​ໄຟຟ້າ​ນິວ​ເຄຼຍຢູ່ ຫວຽດນາມ. ສັນຍາ​ 123 ​ແມ່ນ​ພື້ນຖານ​ເພື່ອ​ໃຫ້ ຫວຽດນາມ​ ອາດ​ຈະ​ຮັບ​ເອົາ​ເຕັກ​ໂນ​ໂລ​ຢີນິວ​ເຄຼຍທີ່​ກ້າວ​ໜ້າ, ທັນ​ສະ​ໄໝ​ໂດຍ​ກົງ ຫຼື ຈາກ ອາ​ເມ​ລິ​ກາ ​​ເພື່ອ​ຮັບ​ໃຊ້ໃຫ້​ບັນດາ​ໂຄງການ​ໄຟຟ້າ ນິວ​ເຄຼຍຂອງ​ຫວຽດນາມ.

 

 


ຂ່າວ/ບົດ​ອື່ນ