(vovworld) - ຕອນບ່າຍວັນທີ 4/6, ທີ່ ຮ່າໂນ້ຍ, ພົນໂທ ຫງວຽນຈີ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານນາງ Kelly Magsamen, ຜູ້ຮັກສາການຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ (ຮັບຜິດຊອບບັນດາບັນຫາຄວາມສະຫງົບ ອາຊີ - ປາຊີຟິກ) ເນື່ອງໃນໂອກາດທ່ານນາງ Kelly ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ພົນໂທ ຫງວຽນຈີ໋ວິ້ງ ຢືນຢັນບັນດາໝາກຜົນແຫ່ງການຮ່ວມມືທີ່ດີງາມໃນສາຍພົວພັນລະຫວ່າງ ຫວຽດນາມ - ອາເມລິກາ. ສອງປະເທດໄດ້ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານ, ໃນນັ້ນ, ຂົງເຂດຮ່ວມມືດ້ານປ້ອງກັນຊາດໄດ້ມີບາດກ້າວພັດທະນາໃໝ່ຄື: ການຮ່ວມມືບຳລູງສ້າງພະນັກງານ, ແລກປ່ຽນບົດຮຽນໃນການຊ່ວຍເຫຼືອມະນຸດສະທຳ, ຮັບມືກັບໄພທຳມະຊາດ; ຮັບປະກັນຄວາມສະຫງົບປອດໄພທາງທະເລ.
ສ່ວນທ່ານນາງ Kelly Magsamen ຖືວ່າບົນພື້ນຖານການຮ່ວມມືທີ່ມີແລ້ວ, ສອງຝ່າຍຄວນເພີ່ມທະວີການແບ່ງປັນຂໍ້ມູນຂ່າວ, ແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ, ປະຕິບັດບົດບັນທຶກຊ່ວຍຈຳດ້ານປ້ອງກັນຊາດສອງຝ່າຍຊຶ່ງໄດ້ຮັບການລົງນາມແລ້ວເປັນຢ່າງດີ, ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືດ້ານປ້ອງກັນຊາດ, ຍູ້ໄວການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ຜູ້ຮັກສາການຊ່ວຍວຽກລັດຖະມົນຕີກະຊວງປ້ອງກັຍປະເທດ ອາເມລິກາ ແລະ ພົນໂທ ຫງວຽນຈີ໋ວິ້ງ ກໍ່ແລກປ່ຽນບາງເນື້ອໃນທີ່ກ່ຽວຂ້ອງເຖິງເລື່ອງກະກຽມບັນດາເນື້ອໃນໃຫ້ແກ່ກອງປະຊຸມເຈລະຈານະໂຍບາຍປ້ອງກັນຊາດສອງຝ່າຍ ຫວຽດນາມ - ອາເມລິກາ ຊຶ່ງຈະຈັດຂຶ້ນໃນເດືອນ 9 ປີ 2014.