ຫວຽດນາມໃຫ້ຄຳໝັ້ນສັນຍາຍູ້ແຮງພາລະກິດລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ
ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາງລອງ ກ່າວຄຳເຫັນທີ່ກອງປະຊຸມສາກົນໂພສະນາການຄັ້ງທີ 2
(ພາບ: Quang Thanh/Vietnam+)
(vovworld) – ຖະແຫຼງການ Rome ກ່ຽວກັບໂພສະນາການ ແລະ ຂອບເຂດການເຄື່ອນໄຫວໄດ້ຮັບການຮັບຮອງເອົາຈະແມ່ນການກຳນົດທິດໃຫ້ແກ່ບັນດາຄວາມມານະພະຍາຍາມພັດທະນາກະສິກຳແບບຍືນຍົງ, ຄ້ຳປະກັນດ້ານສະບຽງອາຫານ ແລະ ໂພສະນາການ ໃນໄລຍະຈະມາເຖິງຢູ່ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ, ຜູ້ຕາງໜ້າ ຫວຽດນາມ ປະຈຳ ອົງການອາຫານ ແລະ ການກະເສດ ສປຊ (FAO) ຫງວຽນຮ່ວາງລອງ ຖະແຫຼງຄືດັ່ງກ່າວທີ່ກອງປະຊຸມສາກົນໂພສະນາການຄັ້ງທີ 2 (ICN 2) ທີ່ຫາກໍ່ດຳເນີນແຕ່ວັນທີ 19 – 22/11 ຢູ່ Rome. ນອກຈາກເລື່ອງຢັ້ງຢືນການໃຫ້ຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ສືບຕໍ່ຍູ້ແຮງພາລະກິດລົບລ້າງຄວາມອຶດຫິວຫລຸດຜ່ອນຄວມທຸກຍາກໃຫ້ແກ່ປະຊາຊົນ, ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາງລອງ, ເນັ້ນໜັກວ່າ: ບັນດາຜົນງານກ່ຽວກັບການ ລົບລ້າງຄວາມອຶດຫິວຫລຸດຜ່ອນຄວມທຸກຍາກ ແລະ ຮັບປະກັນໂພສະນາການຢູ່ ຫວຽດນາມ, ບັນດາສິ່ງທ້າທາຍພວມຕ້ອງປະເຊີນໜ້າ, ກໍ່ຄືບັນດາມາດຕະການ ແລະ ໂຄງການປະຕິບັດເພື່ອແນໃສ່ບັນລຸໄດ້ບັນດາຈຸດໝາຍແຫ່ງຊາດໃນຂົງເຂດຮັບປະກັນຄວາມປອດໄພດ້ານໂພສະນາການໃຫ້ແກ່ປະຊາຊົນ.