ຫວຽດນາມໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ສປຊ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ
|
(vovworld) - ພິທີໄຂກອງປະຊຸມຂັ້ນສູງ ສປຊ ພາກພື້ນ ອາຊີ - ເອີລົບ ກ່ຽວກັບການເພີ່ມທະວີການຮ່ວມມືຫັນການຂົນສົ່ງສິນຄ້າ, ການຄ້າເປັນສະດວກ ແລະ ປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 7/3, ຢູ່ຮ່າໂນ້ຍ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນສາກົນ ແລະ ພາຍໃນປະເທດ ປະມານ 200 ທ່ານ.
ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ເນັ້ນໜັກວ່າ: ປີນີ້ ແມ່ນປີທີສອງທີ່ຜັນຂະຫຍາຍໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງເພື່ອປະຊາຊົນ. ນີ້ແມ່ນໂຄງການດຳເນີນງານໄດ້ຮັບການໜູນຊ່ວຍຍ້ອນມີຫຼາຍຄູ່ຮ່ວມມືກ່ຽວກັບການພັດທະນາແບບຍືນຍົງ, ແບ່ງປັນຄວາມຮັບຜິດຊອບ, ບໍ່ປະໃຫ້ບໍ່ວ່າປະເທດໃດໆຖືກປະຢູ່ທາງຫຼັງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ແໜ້ນໜັກວ່າ:
“ປີນີ້ແມ່ນຂີດໝາຍຄົບຮອບ 40 ປີທີ່ ຫວຽດນາມ ເຂົ້າເປັນສະມາຊິກຂອງ ສປຊ. ໃນຕະຫຼອດ 40 ປີຜ່ານມາ, ສປຊ ໄດ້ໜູນຊ່ວຍ ຫວຽດນາມ ຫຼາຍຢ່າງ ແລະ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ. ຫວຽດນາມ ສະແດງຄວາມຂອບອົກຂອບໃຈ ແລະ ຫວັງວ່າ ສປຊ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນໄລຍະຈະມາເຖິງ. ສ່ວນ ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມໃຫ້ຫຼາຍກ່ວາເພື່ອປະກອບສ່ວນເຂົ້າວຽກງານລວມຂອງ ສປຊ ແລະ ກອງປະຊຸມຂັ້ນສູງຄັ້ງນີ້ແມ່ນການປະກອບສ່ວນຂອງ ຫວຽດນາມ ດ້ວຍຖານະແມ່ນປະເທດພວມພັດທະນາ ເພື່ອແນໃສ່ເຊື່ອມຈອດພາກພື້ນ ອາຊີ - ເອີລົບ ປະຕິບັດໂຄງການດຳເນີນງານປີ 2030 ເພື່ອການພັດທະນາແບບຍືນຍົງ.”