ຫວຽດນາມໄດ້ຮັບເຂົ້າເປັນສະມາຊິກສະຫະພັນວັດທະນະທຳພື້ນເມືອງໂລກ
ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຝະລັ່ງ ຫງວຽນງອກເຊີນກ່າວຄຳເຫັນທີ່ພິທີຮັບເຂົ້າເປັນສະມາຊິກຂອງ IGF (ຜູ້ຢູ່ກາງ) |
(vovworl)- ທີ່ວາລະປະຊຸມຄົບຄະນະເມື່ອວັນທີ 31/3ຂອງສະພາບໍລິຫານງານສະຫະພັນວັດທະນະທຳພື້ນເມືອງໂລກ IGF ຢູ່ປາຣີ, ສູນວັດທະນະທຳຫວຽດນາມຢູ່ປາຮີໄດ້ຖືກຮັບເຂົ້າເປັນສະມາຊິກທີ 56. ເຫດການນີ້ແມ່ນມີຄວາມໝາຍສຳຄັນເພື່ອເປີດກ້ວາງການເຄື່ອນໄຫວໂຄສະນາບັນດາຄຸນຄ່າ ແລະ ສີສັນວັດທະນະທຳພື້ນເມືອງຂອງຫວຽດນາມໃຫ້ແກ່ບັນດາປະເທດເພື່ອນມິດສາກົນ. ກ່າວຄຳເຫັນທີ່ພິທີຮັບເຂົ້າເປັນສະມາຊິກຂອງ IGF, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຝະລັ່ງ ຫງວຽນງອກເຊີນ ຢືນຢັນວ່າ ວັດທະນະທຳຫວຽດນາມແມ່ນການສັງລວມບັນດາຄຸນຄ່າວັດທະນະທຳຂອງ 54 ຊົນເຜົ່າອ້າຍນ້ອງ. ຫວຽດນາມຕີລາຄາສູງການຕົກລົງຂອງ IGF ທີ່ໄດ້ຮັບສູນວັດທະນະທຳຫວຽດນາມເຂົ້າເປັນສະມາຊິກທີ 56. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ຫວຽດນາມແລກປ່ຽນ, ຊອກຮູ້ ແລະ ແນະນຳຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນກັບເພື່ອນມິດສາກົນ.