ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບ ທ່ານຮອງນາຍົກ
ລັດຖະມົນຕີ ໄທ ທານະສັກ ປະຕິມາປະກອນ
|
(vovworld)- ຕອນບ່າຍວັນທີ 16/6, ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ໄທ ທານະສັກ ປະຕິມາປະກອນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຍາມໃດຫວຽດນາມ ກໍປາດຖະຫນາຢາກໃຫ້ປະເທດໄທ ມີສະຖຽນລະພາບ, ພັດທະນາ ແລະ ສອງປະເທດປັບປຸງການພົວພັນຮ່ວມມື, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຂອງສອງປະເທດ ແລະ ພາກພື້ນ. ທ່ານນາຍົກລັດຖະມົນຕີ ສະເຫນີ ສອງປະເທດ ຄວນສົມທົບກັນປະຕິບັດໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ 2014-2018 ເປັນຢ່າງດີ, ຜັນຂະຫຍາຍປະສິດທິຜົນຂໍ້ຕົກລົງການປະຊຸມຄະນະລັດຖະບານຮ່ວມ ຫວຽດນາມ - ໄທ ໃນໄລຍະຈະມາເຖິງ. ກ່ຽວກັບການຮ່ວມມືເສດຖະກິດ, ຫວຽດນາມ ແລະ ໄທ ແມ່ນສອງປະເທດສົ່ງອອກເຂົ້າສານໃຫຍ່ສຸດໃນໂລກ, ສະນັ້ນ ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ສອງປະເທດ ຄວນມີການຮ່ວມມືເພື່ອຊ່ວຍລາຄາເຂົ້າສານມີຜົນປະໂຫຍດໃຫ້ແກ່ຊາວກະສິກອນສອງປະເທດ. ຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ຖືວ່າ ສອງປະເທດຄວນຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດຢ່າງແຮງກວ່າ, ມານະພະຍາຍາມນຳວົງເງິນ ການຄ້າສອງສົ້ນຂຶ້ນເຖິງ 20 ຕື້ USD ໃນປີ 2020. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສອງປະເທດເພີ່ມທະວີການຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນແລກປ່ຽນດ້ານວັດທະນະທຳ, ເພີ່ມທະວີການຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຍົກສູງປະສິດທິຜົນໂທລະສັບສາຍດ່ວນເພື່ອແກ້ໄຂບັນດາບັນຫາເກີດຂຶ້ນບົນທະເລ. ສ່ວນທ່ານຮອງນາຍົກລັດຖະມົນຕີ ໄທ ທານະສັກ ປະຕິມາປະກອນ ຂອບອົກຂອບໃຈລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດໄທ ແລະ ໃຫ້ຮູ້ວ່າ : ປະຈຸບັນ ມີວິສາຫະກິດໄທຫລາຍແຫ່ງ ພວມສົນໃຈເຖິງຕະຫລາດຫວຽດນາມ. ລັດຖະບານໄທ ສົ່ງເສີມບັນດານັກລົງທຶນໄທເຂົ້າມາລົງທຶນຢູ່ຫວຽດນາມ ຢ່າງຍາວນານ, ຍືນຍົງ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ.
ກ່ອນຫນ້ານັ້ນ ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ເຮັດວຽກກັບຮອງນາຍົກລັດຖະມົນຕີໄທ ທະນາສັກ ປະຕິມາພະກອນ. ນະທີ່ນີ້, ສອງຝ່າຍໄດ້ເຫັນດີ ສືບຕໍ່ຮ່ວມມືຢ່າງຕັ້ງຫນ້າກັບບັນດາປະເທດ ອາຊຽນ ເພື່ອຮັກສາຄວາມສາມັກຄີ, ເສີມຂະຫຍາຍບົດບາດໃຈກາງ ອາຊຽນ ແລະ ທັດສະນະລວມຂອງອາຊຽນ ໃນບັນດາບັນຫາພາກພື້ນ ແລະ ສາກົນ ພ້ອມທັງຕັ້ງຫນ້າ ຮ່ວມມືນຳກັນ ແລະ ກັບບັນດາປະເທດ, ອົງການຈັດຕັ້ງສາກົນອື່ນ ໃນການຄຸ້ມຄອງ, ນຳໃຊ້ແຫລ່ງນ້ຳແມ່ນ້ຳຂອງແບບຍືນຍົງ ແລະ ມີປະສິດທິຜົນ, ຮັບປະກັນຜົນປະໂຫຍດຂອງບັນດາປະເທດເຂດລຸ່ມແມ່ນ້ຳຂອງ.