ຫວຽດນາມໝັ້ນໝາຍຊຸກຍູ້ລັດທິຫຼາຍຝ່າຍ, ສະໜັບສະໜູນບົດບາດຂອງ ສະຫະປະຊາຊາດ

(VOVWORLD) -ວັນທີ 9 ພະຈິກ, ສະພາຄວາໝັ້ນຄົງ ສະຫະປະຊາຊາດ ໄດ້ຈັດກອງປະຊຸມປຶກສາຫາລືເປີດກ້ວາງດ້ວຍຫົວຂໍ້ “ ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ: ຊຸກຍູ້ລັດທິຫຼາຍຝ່າຍ, ບົດບາດຂອງ ສະຫະປະຊາຊາດ ” ພາຍໃຕ້ການເປັນປະທານຂອງຈີນ. ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສະຫະປະຊາຊາດ ດັ້ງດິງກຸ້ຍ ໄດ້ມີບົດກ່າວປາໄສທີ່ສຳຄັນທີ່ກອງປະຊຸມນີ້.
ຫວຽດນາມໝັ້ນໝາຍຊຸກຍູ້ລັດທິຫຼາຍຝ່າຍ, ສະໜັບສະໜູນບົດບາດຂອງ ສະຫະປະຊາຊາດ - ảnh 1 ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສະຫະປະຊາຊາດ ດັ້ງດິງກຸ້ຍ

ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສະຫະປະຊາຊາດ ດັ້ງດິງກຸ້ຍ ໄດ້ຢືນຢັນຄືນເຖິງຄຳໝັ້ນສັນຍາຂອງຫວຽດນາມໃນການ ຊຸກຍູ້ລັດທິຫຼາຍຝ່າຍ, ສະໜັບສະໜູນບົດບາດໃຈກາງຂອງ ສະຫະປະຊາຊາດໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ. ທ່ານເນັ້ນໜັກວ່າ ທຸກໆປະເທດສະມາຊິກ ສະຫະປະຊາຊາດຄວນສືບຕໍ່ໝັ້ນໝາຍຢ່າງແຂງແຮງ ແລະ ກະທຳໃນຕົວຈິງເພື່ອຮັບປະກັນລະບົບສາກົນໂດຍອີງບົນກົດໝາຍ, ໃນນັ້ນ, ທຸກໆບັນຫາລ້ວນແຕ່ຕ້ອງແກ້ໄຂບົນພື້ນຖານຍຸດຕິທຳ ແລະ ສະເໝີພາບ.

ຕອບກັບ

ຂ່າວ/ບົດ​ອື່ນ