ຫ້ອງວ່າການສະພາແຫ່ງຊາດຜັນຂະຫຍາຍມະຕິສູນກາງພັກຄັ້ງທີ 4

ຫ້ອງວ່າການສະພາແຫ່ງຊາດຜັນຂະຫຍາຍມະຕິສູນກາງພັກຄັ້ງທີ 4 - ảnh 1
ທ່ານນາງ Tong Thi Phong ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: qdnd.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 2/5, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ”. ທີ່ກອງ​ປະຊຸມ, ທ່ານ​ນາງ Tong Thi Phong, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ແນະນຳ​ເນື້ອ​ໃນ​ຊີ້​ນຳ​ຜັນ​ຂະຫຍາຍ​ການປະຕິບັດ​ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ”, ຄຳ​ສັ່ງ​ຂອງ​ກົ​ມການ​ເມືອງ ກ່ຽວ​ກັບ​ການ​ປະຕິບັດ​ມະຕິ, ​ໄຈ້​ແຍ​ກ, ​ເຮັດ​​ແຈ້ງ​ບັນ​ດາທັດສະນະ, ​ເນື້ອ​ໃນ​ສຳ​ຄັນ​ຂອງ​ມະຕິ​. ກອງ​ປະຊຸມ​ກໍ​ໄດ້​ຮັບ​ຟັງ​ແນະນຳ​ແຜນການ, ຄຳ​ແນະນຳ​ຂອງ​ຄະນະພັກສະພາ​ແຫ່ງ​ຊາດ, ​ແຜນການ​ຂອງ​ອົງຄະ​ນະ​ພັກ​ກຸ່ມ​ບັນດາ​ອົງການ​ສູນ​ກາງ ​ແລະ ​ແຜນການ​ຂອງ​ອົງຄະ​ນະ​ພັກ​ອົງການ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ການປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4. ທ່ານ Nguyen Hanh Phuc, ​ເລຂາ​ຄະນະ​ພັກ, ຫົວໜ​້າຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ເວົ້າ​ວ່າ:

“ນີ້​ແມ່ນ​ກອງ​ປະຊຸມ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ, ຜ່ານ​ການ​ແນະນຳ, ຊາບ​ຊຶມ​ມະຕິ ຈະຊ່ວຍ​ໃຫ້​ພະນັກງານ, ສະມາ​ຊິກ​ພັກ ​ເຫັນ​ໄດ້​ຄວາມ​ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້​ມະຕິ. ​ເພື່ອ​ປະຕິບັດ​ມະຕິ​ຢ່າງ​ມີ​ປະສິດທິ​ຜົນ ຄະນະ​ພັກ​ທຸກ​ຂັ້ນ ​ແລະ ພະນັກງານ​ສະມາຊິກ​ພັກ​ແຕ່​ລະ​ຄົນ​ໃນ​ອົງຄະ​ນະ​ພັກ ຕ້ອງ​ກຳ​​ແໜ້ນ​ແນວ​ຄິດຊີ້​ນຳ​ຂອງ​ກົມ​ການ​ເມືອງ, ກຳ​ແໜ້ນ​ເນື້ອ​ໃນ, ວິທີ​ການດຳ​ເນີນ​ການຕຳ​ນິຕົນ​ເອງ ​ແລະ ຕຳນິຢູ່​ແຕ່ລະ​ຂັ້ນ, ​ແຕ່ລະ​ເປົ້າ​ໝາຍ, ສ້າງ​ຄວາມ​ເປັນ​ເອກ​ະພາບ​ສູງ​ກ່ຽວກັບ​ເຈດ​ຈຳນົງ ​ແລະ ການ​ເຄື່ອນ​ໄຫວ, ຜັນ​ຂະຫຍາຍ​ມະຕິ​ຢ່າງ​ເຂັ້ມ​ງວດ, ​ແໜ້ນ​ແຟ້ນຄົບ​ຊຸດ, ດ້ວຍ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ ຈຶ່ງ​ສາມາດ​ບັນລຸ​ຈຸດໝາຍ​ທີ່​ໄດ້ວາງ​ອອກ”

ຂ່າວ/ບົດ​ອື່ນ