ຫາງສຽງລັດເຊຍກ່ຽວກັບການຢ້ຽມຢາມຫວຽດນາມຂອງປະທານາທິບໍດິລັດເຊຍ Vladimir Putin
ດຣ Grigori Lookshin, ເຮັດວຽກຢູ່ສູນຄົ້ນຄ້ວາ ອາຊຽນ ຂອງສະຖາບັນຕາເວັນອອກໄກ - ສະຖາບັນມະຫາບັນດິດວິທະຍາສາດລັດເຊຍ
(vovworld) – ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ຈະມາຢ້ຽມຢາມຫວຽດນາມໃນວັນທີ 12/11 ຈະມາເຖິງ. ຫາງສຽງ ລັດເຊຍ ໄດ້ສົນໃຈເຖິງການຢ້ຽມຢາມສຳຄັນນີ້. ທ່ານ Alexander Vorosos, ສະຖາບັນຝ່າຍຕາເວັນອອກ - ສະຖາບັນມະຫາບັນດິດວິທະຍາສາດລັດເຊຍ ໃຫ້ຮູ້ໃນການປຶກສາຫາລີໂຕະມົນໂດຍສຳນັກຂ່າວສານລັດເຊຍ Ria Novosti ຈັດຕັ້ງກ່ອນການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Putin ວ່າ:
“ຕາມຂ້າພະເຈົ້າແລ້ວ, ວຽກງານກະກຽມໃຫ້ແກ່ການຢ້ຽມຢາມ ຫວຽດນາມຂອງທ່ານປະທານາທິບໍດີ Putin ແມ່ນເຂັ້ມງວດທີ່ສຸດ. ການຢ້ຽມຢາມນີ້ໄດ້ຮັບການລໍຄອຍທີ່ສຸດ. ຄາດວ່າ, 2 ຝ່າຍຈະເຊັນສັນຍາເສດຖະກິດດ້ວຍຂອບຂະໜາດໃຫຍ່ 16 ສະບັບ, ໃນນັ້ນມີສັນຍາກ່ຽວຂ້ອງເຖິງໂຮງງານກັ່ນນ້ຳມັນຂອງ ຫວຽດນາມ. ອາດເວົ້າໄດ້ວ່າ: ນີ້ແມ່ນການຢ້ຽມຢາມຍຸດທະສາດ. ນອກຈາກນັ້ນ, ຍັງມີການພົວພັນຢ່າງເຂັ້ມງວດໃນຂົງເຂດການທະຫານ.”
ສ່ວນ ດຣ Grigori Lookshin, ເຮັດວຽກຢູ່ສູນຄົ້ນຄ້ວາ ອາຊຽນ ຂອງສະຖາບັນຕາເວັນອອກໄກ - ສະຖາບັນມະຫາບັນດິດວິທະຍາສາດລັດເຊຍ, ຕີລາຄາແງ່ຫວັງການພົວພັນ ຫວຽດນາມ - ລັດເຊຍ ແມ່ນດີພໍສົມຄວນ, ພິເສດກັບການຢ້ຽມຢາມຄັ້ງນີ້ຂອງປະທານາທິບໍດີ ລັດເຊຍ:
“ການພົວພັນລະຫວ່າງລັດເຊຍ ແລະ ຫວຽດນາມ ຢູ່ໃນລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນລະດັບສູງສຸດໃນການພົວພັນລະຫວ່າງ 2 ປະເທດ. ການພົວພັນຄູ່ຮ່ວມມືຍຸດທະສາດ ລັດເຊຍ - ຫວຽດນາມ ໄດ້ຮັບການພັດທະນາບົນພື້ນຖານການພົວພັນອັນຍາວນານ. ແມ່ນຜູ້ຄົ້ນຄ້ວາກ່ຽວກັບ ຫວຽດນາມ, ພວກຂ້າພະເຈົ້າພວມມານະພະຍາຍາມຊອກຮູ້ ແລະ ຜ່ານບັນດາໂຄງການ, ບັນດາບົດໜັງສືພິມເພື່ອໃຫ້ທຸກຄົນມີຄວາມເຂົ້າໃຈຫວຽດນາມ ກ່ວາ, ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນທຸກຂົງເຂດ. ດັ່ງນັ້ນ, ຂ້າພະເຈົ້າຖືວ່າ: ການຢ້ຽມຢາມນີ້ຈະປະກອບສ່ວນເປີດແງ່ຫວັງອັນໃຫຍ່ຫຼວງກ່ວາອີກໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ”