ຫາງສຽງໂລກຍ້ອງຍໍຊີວິດ ແລະ ພາລະກິດຂອງ ອະດີດປະທານາທິບໍດີ Nelson Mandela

ຫາງສຽງໂລກຍ້ອງຍໍຊີວິດ ແລະ ພາລະກິດຂອງ ອະດີດປະທານາທິບໍດີ Nelson Mandela - ảnh 1
ອະດີດ​ປະທານາທິບໍດີ​ອາ​ຟລິ​ກາ​ໄຕ້ Nelson Mandela
(ພາບອີນເຕີແນດ)


(vovworld) - ພາຍຫຼັງ​ທີ່​ໄດ້​ຮັບ​ຂ່າວ​ອະດີດ​ປະທານາທິບໍດີ​ອາ​ຟລິ​ກາ​ໄຕ້ Nelson Mandela ​ເຖິງ​ແກ່​ມໍລະນະ​ກຳ, ທ່ານ​ປະທານ​ກຸຍ​ບາ Raul Castro ​ໄດ້​ສົ່ງ​ໂທລະ​ເລກ​​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເຖິງ​ປະທານາທິບໍດີ ອາ​ຟລິ​ກາ​ໄຕ້ Jacol Zuma, ​ໃນ​ນັ້ນ​ຢືນຢັນ​ວ່າ ຊາວ​ອກຸຍບາ ຈະ​ຄິດ​ຮອດ​ຄິດ​ເຖິງກາ​ນນຳ​ຍິ່ງ​ໃຫຍ່​ຂອງ​ອາ​ຟລິ​ກາ​ໃຕ້ຕະຫຼອດ​ໄປ, ດ້ວຍ​ຄວາມ​​ເດັດ​​ດຽວໃນ​ພາລະກິດ​​ຕໍ່ສູ້​ຕ້ານ​ລະບອບຈຳ​ແນ​ກ​​ເຊື້ອ​ຊາດ​ຜີວ​ພັນ Apartheid ກໍ່​ຄື​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ເຊິ່ງ​ທ່ານ​​ໄດ້ປະ​ໄວ​້ໃນ​ພາລະກິດ​ສ້າງສາ​ປະ​ເທດ​ອາ​ຟລິ​ກາ​​ໃຕ້ໃໝ່.

        ວັນ​ທີ 06/12, ໜັງ​ສື່​ພິມ Granma, ສຽງ​ຂອງ​ພັກ​ກອມ​ມູນິດ​ກຸຍ​ບາ ​ໄດ້​ລົງ​ພິມ​ບົດ​ຂຽນ​ຍ້ອງຍໍ​ຊີວິດ ​ແລະ ພາລະກິດ​ຂອງ​ທ່ານ​ອະດີດ​ປະທານາທິບໍດີ Mandela. ບົດ​ຂຽນ​ໄດ້​ເນັ້ນ​ໜັກ​ວ່າ ທ່ານ Mandela ​ໄດ້​ອຸທິດຕະຫຼອດ​ຊີວິດ​ຂອງ​ຕົນ ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ຍຸຕິ​ທຳ​ສັງຄົມ ​ແລະ ກຽດ​ສັກສິດ​ຂອງ​ມະນຸດ, ​ເຖິງ​ວ່າ ຕ້ອງ​ຜ່ານ​ຜ່າ​ຊຸມ​ເດືອນ​ປີ​ທີ່​ຫຍຸ້ງຍາກ ​ແຕ່ຍາມ​​ໃດ​ທ່ານກໍ່​ບື່ນຕົວ​ຂຶ້ນ​ມຸ່ງ​ໄປ​ເຖິງ​ໄຊຊະນະ​ສຸດ​ທ້າຍ.

        ກາ​ນນຳ​ບັນດາ​ປະ​ເທດ​ຄື: ນີກາຣາກາ, ອັກ​ຊັງ​ຕິນ, ​ເມກ​ຊີ​ໂກ, ສ.​ເກົາຫຼີ, ອິສະຣາ​ແອນ... ລ້ວນ​ແຕ່​ຍ້​​ອງ​ຍໍພາລະກິດ​ທີ່​ຍິ່ງ​ໃຫຍ່​ເຊິ່ງ​ອະດີ​ດປະທານາທິບໍດີ Mandela ປະ​ໄວ​ໃຫ້, ພ້ອມ​ທັງ​ສະ​ແດງ​ຄວາມເສົ້າສະຫຼົ​ດ​ໃຈ​ອັນ​ເລິກ​ເຊິ່ງຕໍ່ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ທ່ານ.

ຂ່າວ/ບົດ​ອື່ນ