ຫາງສຽງໃນສັງຄົມເຫັນດີເຫັນພ້ອມຕໍ່ບັນດາເນື້ອໃນກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ11

ຫາງສຽງໃນສັງຄົມເຫັນດີເຫັນພ້ອມຕໍ່ບັນດາເນື້ອໃນກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ11 - ảnh 1
ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11
ພາບ:internet

(vovworld)-​ ສະ​ຫລຸບກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11, ໃນ​ນັ້ນ ຮຽກ​ຮ້ອງ​ສ້າງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ຕ້ອງ​ແມ່ນ​ໝູ່​ຄະ​ນະ​ເຂັ້ມ​ແຂງ, ສາ​ມັກ​ຄີ, ມີ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ​ໝັ້ນ​ຄົງ​, ມີ​ຄຸນ​ສົມ​ບັດ​ປອດ​ໃສ ແມ່ນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ໃນ​ທົ່ວ​ປະ​ເທດ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ບູ່ຍ​ດີງ​ຟອງ, ຄູ​ສອນ​ສະ​ຖາ​ບັນ​ການ​ເມືອງ​ການ​ປົກ​ຄອງ​ແຫ່ງ​ຊາດ​ໂຮ່​ຈິ​ມີນ ຕີ​ລາ​ຄາ​ສູງ​ຈຸດ​ໃຫມ່​ສຳ​ຄັນ​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້. ນັ້ນ​ແມ່ນ “ບໍ່ເລືອກ​ຕັ້ງຜູ​້ທີ່​ມີ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງບໍ່​ໝັ້​ນ​ຄ​ົງ, ບໍ່​ຢືດ​ໝັ້ນ​​ຕໍ່ແນວ​ທາງ, ທັດ​ສະ​ນະ​ຂອງ​ພັກ, ມີ​ປະ​ກົດ​ການ​ສວຍ​ໃຊ້​ດ້ານ​ການ​ເມືອງ, ສໍ້​ລາດ​ບັງ​ຫລວງ, ມັກ​ໃຫຍ່​ໄຝ່​ສູງ​ຈາກ​ສິດ​ອຳ​ນາດ”. ເຫັນ​ດີ​ເຫັນ​ພ້ອມ​ກັບ​ຄຳ​ເຫັນ​ນີ້, ມີ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ຫລາຍ​ຄົນ​ຢືນ​ຢັນ ນີ້​ແມ່ນ​ການ​ໝູນ​ໃຊ້​ແນວ​ຄິດ​ໂຮ່​ຈິ​ມີນ ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ, ວຽກ​ງານ​ພະ​ນັກ​ງານ.

ຂ່າວ/ບົດ​ອື່ນ