ອັກຊັງຕີນຈັດຕັ້ງການເຈລະຈາກ່ຽວກັບການເຊື່ອມໂຍງດ້ານເສດຖະກິດສາກົນຂອງຫວຽດນາມ

ອັກຊັງຕີນຈັດຕັ້ງການເຈລະຈາກ່ຽວກັບການເຊື່ອມໂຍງດ້ານເສດຖະກິດສາກົນຂອງຫວຽດນາມ - ảnh 1
ການ​ເຈລະຈາ​ຈັດ​ຕັ້ງ​ໃນ​ວັນ​ທີ 7/4
(ພາບ: Diệu Hương/Vietnam+)

(vovworld) - ວັນ​ທີ 7/4, ຢູ່ອັກ​ຊັງ​ຕີນ​ ໄດ້​ດຳ​ເນີນ ການ​ເຈລະຈາ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ສາກົນ​ຂອງ​ຫວຽດນາມ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ​ອັກ​ຊັງ​ຕີນ, ຜູ້ຕາງໜ້າ​ສະຖານທູດ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ, ພ້ອມ​ກັບ 30 ວິ​ສາ​ຫະກິດ​ຂອງ​ອັກ​ຊັງ​ຕີນ. ທີ່​ການ​ເຈລະຈາ, ຜູ້ຕາງໜ້າ​ສະຖານທູດ​ຫວຽດນາມ​ ປະຈຳ​ອັກ​ຊັງ​ຕີນ​ໄດ້​ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ສະພາບ​ການ​ເມືອງ, ​ເສດຖະກິດ ​ແລະ ສັງຄົມ​ຂອງ​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ, ພິ​ເສດ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສະດວກ​ໃນ​ນະ​ໂຍບາຍ​ດຶງ​ດູດ​ທຶນ​ຈາກ​ຕ່າງປະ​ເທດ. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຢືນຢັນ​ວ່າ, ຕະຫຼາດ​ຫວຽດນາມ ​ຈະ​ສ້າງ​ກາລະ​ໂອກາດ​ທີ່​ດີ​ໃຫ້​ບັນດາ​ຜະລິດ​ຕະພັນ​ຂອງ​ອັກ​ຊັງ​ຕີນ​ເຊັ່ນ: ນຳ້ນົມ, ​ເຫຼົ້າ​ແວງ, ຊີ້ນ​ງົວ, ໝາກ​ໄມ້... ພິ​ເສດ, ​ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດ​ກໍ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ວົງ​ການ​ວິ​ສາ​ຫະກິດ​ອັກ​ຊັງ​ຕີນ.

ຂ່າວ/ບົດ​ອື່ນ