ອັງກິດ, ຝະຣັ່ງ, ເຢຍລະມັນ ສະເໜີບັນດາມາດຕະການລົງໂທດໃໝ່ສຳລັບ ອີຣານ

(VOVWORLD) - ວັນທີ 16 ມີນາ, ອັງກິດ, ຝະຣັ່ງ ແລະ ເຢຍລະມັນ ໄດ້ສົ່ງເຖິງບັນດາປະເທດສະມາຊິກສະຫະພາບ ເອີຣົບ ຂໍ້ສະເໜີບັນດາມາດຕະການລົງໂທດໃໝ່ສຳລັບ ອີຣານ ທີ່ກ່ຽວຂ້ອງເຖິງໂຄງການລູກສອນໄຟນຳວິຖີຂອງ ເຕເຮຣານ ແລະ ບົດບາດຂອງປະເທດນີ້ ໃນການສູ້ຮົບຢູ່ ຊີຣີ.

ນີ້ແມ່ນຄວາມມານະພະຍາຍາມ ເພື່ອແນໃສ່ເກ້ຍກ່ອມ ວໍຊິງຕັນ ຮັກສາຂໍ້ຕົກລົງນິວເຄຼຍ ອີຣານ.

        ບັນດາມາດຕະການດັ່ງກ່າວ ຕ້ອງມີຄວາມເຫັນດີຂອງລັດຖະບານ 28 ປະເທດສະມາຊິກ ອີຢູ ທັງໝົດ.

        ຂໍ້ສະເໜີດັ່ງກ່າວ ແມ່ນສ່ວນໜຶ່ງໃນຍຸດທະສາດຂອງ ອີຢູ ເພື່ອແນໃສ່ຮັກສາຂໍ້ຕົກລົງດັ່ງກ່າວ, ເຊິ່ງແມ່ນຈຳກັດກຳລັງຄວາມສາມາດຂອງ ເຕເຮຣານ ໃນການພັດທະນາອາວຸດນິວເຄຼຍ, ລະອຽດແມ່ນສະແດງໃຫ້ທ່ານປະທານາທິບໍດີ ອາເມລິກາ Donald Trump ເຫັນໄດ້ວ່າ ຍັງມີບັນດາວິທີອື່ນເພື່ອຮັບມືກັບຜົນສະທ້ອນຂອງ ອີຣານ ຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ