ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກກັບການນຳຫຼັກແຫຼ່ງຂອງກະຊວງຄົມມະນາຄົມ - ຂົນສົ່ງ
|
(vovworld) - ຕອນເຊົ້າວັນທີ 16/3, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງຂອງກະຊວງຄົມມະນາຄົມ - ຂົນສົ່ງ ເພື່ອແນໃສ່ແກ້ໄຂບາງຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການປະຕິບັດໜ້າທີ່ຂອງກະຊວງ. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ, ຕ້ອງຊອກຫາທຸກມາດຕະການພັດທະນາຂະແໜງຄົມມະນາຄົມຂົນສົ່ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ, ບໍ່ປະໃຫ້ຄວາມຫຍຸ້ງຍາກດ້ານລາຍຈ່າຍມາສືບຕໍ່ເຮັດໃຫ້ມີສິ່ງຄົງຄ້າງດ້ານພື້ນຖານໂຄງລ່າງ:
“ຕ້ອງອີງໃສ່ປະຊາຊົນ, ອີງໃສ່ແຫຼ່ງກຳລັງຂອງສັງຄົມເພື່ອພັດທະນາຄົມມະນາຄົມຂົນສົ່ງ. ດັ່ງນັ້ນ, ຫັນແຫຼ່ງກຳລັງທຸກຂັ້ນຕອນ, ທຸກວິທີການເປັນຂອງສັງຄົມ. ລັດໜູນຊ່ວຍ, ສ້າງກົນໄກ, ລະບອບ, ເງື່ອນໄຂເພື່ອຫັນພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງເປັນຂອງສັງຄົມໃຫ້ສຳເລັດ. ດັ່ງນັ້ນ, ຕ້ອງໝູນໃຊ້ການຫັນເປັນຂອງສັງຄົມ, ອີງໃສ່ສັງຄົມ ແລະ ບັນດາລະບອບລະບຽບການດ້ານການເງິນສາກົນ.”