ອັດກອງປະຊຸມ ສຸດຍອດ EU

ອັດກອງປະຊຸມ ສຸດຍອດ EU  - ảnh 1
(ພາບ​ປະກອບ)

Vovworld- ພາຍຫຼັງ​ໄດ້​ປຶກສາ​ຫາລື​ຢ່າງ​ຕັ້ງໜ້າ, ວັນ​ທີ 14/12, ບັນດາ​ການ​ນຳ​ສະຫະພາບ​ເອີ​ລົບ EU ​ໄດ້​ບັນລຸ​ຄວາມເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ວິວັດທະນາ​ການ​ສ້າງ​ພັດທະ​ພາບ​ເສດຖະກິດ ​ແລະ ​ເງິນຕາ(EMU) ​ໃຫ້​ສຳ​ເລັດ​ບໍລິ​ບູນບົນ​ພື້ນຖານ ຊຸກຍູ້ການ​ທ້ອນ​ໂຮມ​ຢ່າງ​ເລິກ​ເຊິ່ງ ​ແລະ ປັບປຸງ​ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ. ໝາກຜົນ​ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ສຸດ​ທ້າຍ​ຂອງ ສະຫະພາບ​ເອີ​ລົບ EU ​ໃນ​ປີ​ນີ້. ​ແຈ້ງ​ການ​ຮ່ວມ​ພາຍຫຼັງ​ກອງ​ປະຊຸມ​ໄດ້​ຊີ້​ແຈ້ງ​ວ່າ ພັດທະ​ພາບ​ເສດຖະກິດ ​ແລະ ​ເງິນຕາ(EMU) ຄວນ​ໄດ້​ຮັບ​ການ​ປັບປຸງ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ໝັ້ນ​ທຽງດ້ານ​ເສດຖະກິດ, ສັງຄົມ ​ແລະ ຮັກສາ​ຄວາມ​ວັດທະນາ​ຖາວອນ. ວິວັດທະນາ​ການ​ດັ່ງກ່າວ​ຈະ​ເລີ່​ມຕົ້ນ​ດ້ວຍດ້ວຍ​ການ​ປັບປຸງ​ສິດ​ບໍລິຫານ, ປະຕິບັດ​ກົນ​ໄກ​ຕິດຕາມ​ກວດກາ​ຮ່ວມ ​ແລະ ບັນດາ​ຫຼັ້ກການ​ໃໝ່ກ່ຽວ​ກັບ​ການ​ຟື້ນ​ຟູ, ​ແກ້​ໄຂ ​ແລະ ຮັບປະກັນ​ເງິນ​ຝາກ.
ຂ່າວ/ບົດ​ອື່ນ