ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ, ຕອນເຊົ້າວັນທີ 29/2, ກອງປະຊຸມພະນັກງານທົ່ວປະເທດຊາບຊຶມຜັນຂະຫຍາຍປະຕິບັດມະຕິກອງສູນກາງພັກກອມມູນິດຫວຽດນາມຄັ້ງທີ 4 ຊຸດທີ 11 ກ່ຽວກັບ “ບາງບັນຫາຮີບດ່ວນໃນການກໍ່ສ້າງພັກໃນປະຈຸບັນ” ໄດ້ອັດລົງທີ່ຮ່າໂນ້ຍ. ສິ້ນສຸດກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ມີບົດກ່າວປາໄສຊີ້ນຳ, ອະທິບາຍບາງບັນຫາຄວນໄດ້ຮັບຄວາມເອົາໃຈໃສ່ໃນວິວັດການຊາບຊຶມ, ຜັນຂະຫຍາຍປະຕິບັດມະຕິຂອງສູນກາງ, ຄຳສັ່ງ ແລະ ແຜນການຂອງກົມການເມືອງສູງກາງພັກ.
ມີຄຳຄິດຄຳເຫັນຂອງກ່ວາ 680 ເທື່ອຄົນໄດ້ປະກອບທີ່ວາລະປຶກສາຫາລືໄດ້ໃຫ້ເຫັນ: ຄວາມເຫັນດີເປັນເອກະສັນຢ່າງສູງກ່ຽວກັບຄວາມຈຳເປັນ, ຄວາມໝາຍ ແລະ ຄວາມສຳຄັນຂອງມະຕິສູນກາງພັກຄັ້ງທີ 4 ຊຸດທີ 11. ກອງປະຊຸມໄດ້ສຸມໃສ່ເຮັດໃຫ້ຈະແຈ້ງບັນດາທັດສະນາຊີ້ນຳ, ບັນດາເນືອໃນຈຸດສຸມ, ບັນດາມາດຕະການຄົບຊຸດ ພິເສດແມ່ນເລື່ອງຕັດສິນໃຈປະຕິບັດມະຕິ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊີ້ແຈງວ່າ:
“ຖ້າຫາກໄດ້ຕັດສິນໃຈແມ່ນຕ້ອງໄດ້ເຮັດ, ຊອກຫາທຸກວິທີການເພື່ອເຮັດ, ຍາກກໍຕ້ອງເຮັດ. ຈິດໃຈມື້ກ່ອນກອງປະຊຸມກົມການເມືອງ ແມ່ນຕັດສິນໃຈສູງ ເປັນເອກະພາບສູງ, ອອກຂັ້ນສູງກາງກໍໄດ້ຄືແນວນັ້ນ. ຍາກກໍຕ້ອງເຮັດ ເພາະວ່າຖ້າຫາກບໍ່ເຮັດແມ່ນສົ່ງຜົນສະທ້ອນເຖິງພັກ ແລະ ລະບອບ. ຫວັງວ່າບັນດາຜູ້ແທນເຂົ້າໃຈຢ່າງເລິກເຊິ່ງສິ່ງດັ່ງກ່າວ ແລະ ເຜີຍແຜ່ໃຫ້ແກ່ຊັ້ນລຸ່ມ. ປະຊາຊົນພວມສະໜັບສະໜູນ, ແລະ ເອົາໃຈໃສ່ທີ່ສຸດເຖິງວຽກງານນີ້”
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຍັງເນັ້ນໜັກເຖິງບາງບັນຫາເພື່ອຜັນຂະຫຍາຍປະຕິບັດມະຕິສູນກາງພັກຄັ້ງທີ່ 4. ຕາມນັ້ນແລ້ວວຽກງານໂຄສະນາເຜີຍແຜ່, ຊາບຊຶມເນື້ອໃນຈິດໃຈຂອງມະຕິຄວນດຳເນີນຢ່າງຂ້ຽວຂາດ ແລະ ຕ້ອງພາວະວິໄສ. ຕາມທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລ້ວ, ໂດຍອີງໃສ່ບັນດາຄຳຄິດຄຳເຫັນປະກອບ ຂອງບັນດາຜູ້ແທນ, ກົມການເມືອງຈະພິຈາລະນາ, ດັດປັບ, ເພີ່ມເຕີມແຜນການ, ກຳນົດວິທີການ ແລະ ລະດັບການຜັນຂະຫຍາຍປະຕິບັດມະຕິໃຫ້ສອດຄ່ອງ. ການສຳຫຼວດກວດກາ, ຕຳໜິຕົນເອງ ແລະ ຕຳໜິໝູ່ ແມ່ນຂອດທີ່ມີຄວາມໝາຍສຳຄັນ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນໜັ້ກວ່າ :
“ ວິທີການທີ່ 1 ແມ່ນແຕ່ລະສະຫາຍຕ້ອງສຳຫຼວດກວດຄືນຕົນເອງ, ຄອບຄົວຕົນ, ຫົວໜ່ວຍຕົນ. ຮຽກຮ້ອງໃຫ້ມີສະຕິຕື່ນຕົວ, ບໍ່ຄວນລໍຖ້າຈັດກອງປະຊຸມ, ບໍ່ຄວນລໍຖ້າເວລາມີກົນໄກນະໂຍບາຍ. ນັບແຕ່ເວລານີ້, ພວກເຮົາຕ້ອງດັບປັບຕົນເອງ, ແລະສັງເກດເບິ່ງວ່າມີການກະທຳເຫັນແກ່ສ່ວນຕົວ, ສະແຫວງຫາຜົນປະໂຫຍດສ່ວນຕົວຫຼືບໍ່? ມີຄວາມຈິງໃຈ, ໂປ່ງໄສຫຼືບໍ່. ຖ້າຫາກສາມາດດັດປັບດ້ວຍຕົນເອງໄດ້ນັ້ນ, ກໍດີແທ້. ນີ້ຈະເປັນການສ້າງຄວາມເຊື່ອໝັ້ນຢ່າງເລິກເຊິ່ງ ແລະ ໝັ້ນຄົງໃຫ້ແກ່ປະຊາຊົນ ”
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຍັງສະເໜີພັກ ແລະ ລັດຈົ່ງເອົາໃຈໃສ່ເຖິງວຽກງານພະນັກງານ, ໂດຍສະເພາະແມ່ນຕ້ອງມີກົນໄກຄັດເລືອກຢ່າງພາວະວິໄສ, ມີວິທະຍາສາດເພື່ອມີຖັນແຖວພະນັກງານມີຄຸນສົມບັດ, ຄວາມສາມາດຢ່າງພຽງພໍ.