ອັດກອງປະຊຸມຊາວຫວຽດນາມອາໄສຢູ່ຕ່າງປະເທດປີ2016
(ທ່ານດິງລາທັງ ໂອ້ລົມກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ)
(vovworld)- ພາຍຫຼັງເຮັດວຽກສອງມື້ ວັນທີ 13/11, ກອງປະຊຸມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທົ່ວໂລກ ປີ 2016 ດ້ວຍຫົວຂໍ້ “ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈສ້າງນະຄອນໂຮ່ຈີມິນ ໃຫ້ພັດທະນາຢ່າງໄວ, ຍືນຍົງ ແລະ ເຊື່ອມໂຍງກັບສາກົນ” ໄດ້ອັດລົງ. ກ່າວຄວາມເຫັນ ທີ່ພິທີອັດກອງປະຊຸມ, ທ່ານ ດິງລາທັງ, ເລຂາຄະນະພັກນະຄອນໂຮ່ຈີມິນ, ເນັ້ນໜັກວ່າ: ການເລືອກນະຄອນໂຮ່ຈີມິນ, ດ້ວຍບົດບາດເປັນສູນກາງ, ກຳລັງແຮງ ໃນການພັດທະນາເສດຖະກິດຂອງທົ່ວປະເທດ, ເປັນສະຖານທີ່ດຳເນີນກອງປະຊຸມ, ໄດ້ຍົກອອກສານຢ່າງແຮງ ກ່ຽວກັບຄວາມປາດຖະໜາເປີດກວ້າງວິໄສທັດຍົກສູງນ້ຳໃຈປອງດອງຊາດ ມຸ່ງໄປຫາເປົ້າໝາຍສູງສົ່ງ ແມ່ນກໍ່ສ້າງປະເທດຫວຽດນາມ ທີ່ໝັ້ນຄົງເຂັ້ມແຂງ ໃຫ້ຊາວຫວຽດນາມທຸກຄົນ. ທ່ານເລຂາຄະນະພັກ ດິງລາທັງ ຢືນຢັນວ່າ: ພາຍຫຼັງກອງປະຊຸມ, ການນຳນະຄອນ ຈະພ້ອມກັບບັນດາພະແນກ, ຂະແໜງການກ່ຽວຂ້ອງ ສືບຕໍ່ຮ່ວມມື, ສ້າງຕັ້ງກົນໄກພົວພັນຕິດຕໍ່, ແລກປ່ຽນເປັນປະຈຳ, ຮັກສາການພົວພັນຢ່າງແໜ້ນແຟ້ນ ກັບຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອຜັນຂະຫຍາຍ ນຳເອົາບັນດາຂໍ້ສະເໜີ ເຂົ້າສູ່ພຶດຕິກຳຕົວຈິງ.
ບັນດາບົດປະກອບຄຳເຫັນ ແລະ ຄຳເຫັນ ຢູ່ກອງປະຊຸມ ສຸມໃສ່ສະເໜີບັນດາມາດຕະການ ເພື່ອພັດທະນານະຄອນໂຮ່ຈີມິນ. ຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍທ່ານ ໄດ້ຍົກອອກບັນດາຂໍ້ສະເໜີແນະ, ສະເໜີນະຄອນ ຜັນຂະຫຍາຍ ການເຄື່ອນໄຫວ ທີ່ຈຳເປັນບາງຢ່າງ ໃນໄລຍະຈະມາເຖິງ, ເພື່ອແນໃສ່ຫັນບັນດາແນວຄວາມຄິດຂອງບັນດາຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ປະກົດຜົນເປັນຈິງ, ປະກອບສ່ວນ ເພີ່ມລະດັບການພັດທະນາ, ເຮັດໃຫ້ນະຄອນໂຮ່ຈີມິນ ກາຍເປັນຕົວເມືອງນຳໜ້າໃນພາກພື້ນຢ່າງໄວ.