ອັດກອງ​ປະຊຸມ​ສຸດ​ຍອດ​ແມ່​ຂອງ-​ຍີ່ປຸ່ນ

ອັດກອງ​ປະຊຸມ​ສຸດ​ຍອດ​ແມ່​ຂອງ-​ຍີ່ປຸ່ນ - ảnh 1

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ກັບ​ເມືອຮອດ​ຮ່າ​ໂນ້ຍ
(
ພາບ:vovgiaothong.vn)

(vovworld ) –  ​ຕອນ​ຄ່ຳ​ ວັນ​ທີ 21/4, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ແລະ ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ກັບ​ເມືອຮອດ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ເຂົ້າຮ່ວມກອງ ​ປະຊຸມ​ສຸດ​ຍອດ​ແມ່​ຂອງ-​ຍີ່ປຸ່ນ ຄັ້ງທີ 4 ຊື່​ງ​ໄດ້​ດຳ​ເນີນ​ຢູ່​ນະຄອນຫຼວງ​ໂຕ​ກຽວ ​ແຕ່​ວັນ​ທີ 20-21/4. ຕາມ​ທ່ານ Bui Thanh Son ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ແລ້ວ, ການ​ໄປ​ເຂົ້າຮ່ວມກອງ ​ປະຊຸມ​ສຸດ​ຍອດ​ແມ່​ຂອງ-​ຍີ່ປຸ່ນ ຄັ້ງນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ ບໍ່​ພຽງ​ແຕ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ກອງ​ ປະຊຸມ​ ດ້ວຍ​ບັນດາ​ຂໍ້​ລິ​ເລີ່​ມຊຸກຍູ້​ກົນ​ໄກ​ການ​ຮ່ວມ​ມື​ແມ່​ຂອງ-​ຍີ່ປຸ່ນ ຢ່າງ​ແທດ​ຈິງເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ຍູ້​ແຮງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ ຫວຽດນາມ-ຍິ່ປຸ່ນ ​ໃຫ້ນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ອີກ​ດ້ວຍ. ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ຢັ້ງຢືນ​ຄືນ​ໃໝ່​ການ​ສະໜັບສະໜູນ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ການ​ຮ່ວມ​ມື​ແມ່​ຂອງ-​ຍີ່ປຸ່ນ ​ແລະ ທ່ານ​ໄດ້​ຊີ້​ອອກ​ບັນດາ​ເນື້ອ​ໃນ​ໃຫ້​ບຸລິ​ມະ​ສິດ​ ຊື່​ງກົນ​ໄກ​ແມ່​ຂອງ-​ຍີ່ປຸ່ນ​ຕ້ອງ​ສຸມ​ໃສ່​ຮ່ວມ​ມື​ໃນ​ໄລຍະ​ທີ່​ຈະ​ມາ​ ເຖິງ. ກ່ຽວ​ກັບ​ຈຸດ​ໃໝ່​ໃນ​ກົນ​ໄກ​ຮ່ວມ​ມື​ແມ່​ຂອງ-​ຍີ່ປຸ່ນ, ທ່ານ Bui Thanh Son ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຢືນຢັນ​ວ່າ:  “ກ່ອນ​ ນີ້​, ພວກ​ເຮົາ​ພຽງ​ແຕ່​ສຸມ​ໃສ່​ເພີ່ມ​ທະວີ​ການ​ເຊື່ອ​ຈອດ​ທາງບົກ, ທາງທະ​ເລ​ເທົ່າ​ນັ້ນ, ທ່ານ​ນາຍົກລັດຖະມົນຕີສະ​ເໝີ​ໃຫ້​ເພີ່ມ​ທະວີ​ການ​ເຊື່ອ​ຈອດ​ທາງ​ແມ່ນ້ຳ, ຄື​ແນວ​ນັ້ນຈະສາມ​າດຫລຸ​ດຜ່ອນຄ່າ​ໃຊ້​ຈາ​ຍ, ນຳ​ໃຊ້​ທ່າ​ໄດ້​ປຽບ​ຂອງ​ພາກ​ພື້ນ​ທີ່​ມີ​ແມ່ນ້ຳຂອງ ​ແລະ ​ແມ່ນ້ຳລຳ​ອື່ນໆ. ວຽກ​ງານ​ນີ້​ຈະ​ປະກອບສ່ວນ​ຫລຸດຜ່ອນ​ການ​ຂົນ​ສົ່ງ​ທາງບົກ ​ແລະ ທາງ​ທະ​ເລ​ໄດ້, ຜ່ານ​ນັ້ນ ຈະ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ຄ້າຂາຍ​ສິນຄ້າ, ​ແລກ​ປ່ຽນການທ່ອງ​ທຽວລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່ນ້ຳຂອງ​ນຳ​ກັນ ​ແລະ ກັບ​ບັນດາ​ປະ​ເທດ​ນອກ​ພາກ​ພື້ນ“.

 


ຂ່າວ/ບົດ​ອື່ນ