(vovworld) - ພາຍຫຼັງເຮັດວຽກມາປັນເວລາ 2 ວັນ, ກອງປະຊຸມ “ທ່ອງທ່ຽວຈິດວິນຍານເພື່ອການພັດທະນາຢ່າງໝັ້ນຄົງ” ໄດ້ອັດລົງໃນວັນທີ 22/11 ຢູ່ວັດ ບ້າຍດິ໋ງ, ແຂວງນິງບິ່ງ.
ກ່າວຄຳເຫັນອັດກອງປະຊຸມ, ທ່ານຮ່ວາງຕ໋ວນແອງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຢືນຢັນວ່າ: ການພັດທະນາການທ່ອງທ່ຽວເວົ້າລວມ ແລະ ການທ່ອງທ່ຽວຈິດວິນຍານເວົ້າສະເພາະ ໄດ້ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ຄວາມເຈົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາປະຊາຊາດ, ເປີດກາລະໂອກາດຮ່ວມມື ແລະ ລົງທຶນຫຼາຍຢ່າງໃຫ້ແກ່ການພັດທະນາເສດຖະກິດ. ທ່ານຮ່ວາງຕ໋ວນແອງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມກ່າວວ່າ.
“ການທ່ອງທ່ຽວຈິດວິນຍານພັດທະນາມີໜ້າທີ່ຮັບຜິດຊອບ ຈະສ້າງການແຜ່ລາມ, ມີຜົນສະທ້ອນອັນຕັ້ງໜ້າເຖິງການປົກປັກຮັກສາສິ່ງແວດລ້ອມ, ຮັບໃຊ້, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ... ແຕ່ວ່າບັນດາຜົນປະໂຫຍດດ້ານເສດຖະກິດ, ສັງຄົມອັນໃຫຍ່ຫຼວງຂອງການທ່ອງທ່ຽວຈິດວິນຍານ ພຽງແຕ່ໄດ້ຮັບການຜັນຂະຫຍາຍຖ້າຫາກປະຕິບັດຕາມກຳນົດທິດວາງແຜນ, ຄຸ້ມຄອງທີ່ດີ ແລະ ການເຂົ້າຮ່ວມຂອງປະຊາຄົມທ້ອງຖິ່ນເພື່ອຮັບປະກັນການທ່ອງທ່ຽວພັດທະນາຢ່າງໝັ້ນຄົງ ແລະ ມີໜ້າທີ່ຮັບຜິດຊອບ”.
ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການ ນິງບິ່ງ ກ່ຽວກັບ ການທ່ອງທ່ຽວຈິດວິນຍານເພື່ອການພັດທະນາຢ່າງໝັ້ນຄົງ. ຖະແຫຼງການຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເພີ່ມທະວີຂອບເຂດນະໂຍບາຍ, ຊຸກຍູ້ການຮ່ວມມືປະຊາຄົມ, ປັກປັກຮັກສາ ແລະ ອະນຸລັກຮັກສາບັນດາຄຸນຄ່າທີ່ເປັນເປັນມູນເຊື້ອ...