ອັດຕະປື ແລະ ບີງເຟືອກເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ


ອັດຕະປື ແລະ ບີງເຟືອກເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ​ນາມ​ວິ​ຍາ​ເກດ, ເລ​ຂາ​ພັກ​ແຂວງ, ເຈົ້າ​ແຂວງໆ​ອັດ​ຕະ​ປືກ່າວ​ຄຳ​ເຫັນ​ທີ່​ການເຮັດ​ວຽກ​ກັບ​ຄະ​ນະ​ການ​ນຳແຂວງ​ບີງ​ເຟືອກ

(vovworld)- ວັນ​ທີ 1/6, ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ​ແຂວງ​ອັດ​ຕະ​ປື​ໂດຍ​ທ່ານ​ນາມ​ວິ​ຍາ​ເກດ, ເລ​ຂາ​ພັກ​ແຂວງ, ເຈົ້າ​ແຂວງໆ​ອັດ​ຕະ​ປື​ນຳ​ໜ້າ ໄດ້​ມາ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ບີງ​ເຟືອກ. ທີ່​ການ​ເຮັດ​ວຽກ, ທ່ານ​ຫງວຽນ​ວັນ​ເລີ້ຍ ເລ​ຂາ​ພັກ​ແຂວງໆ​ບີງ​ເຟືອກ​ໄດ້​ຢືນ​ຢັນ​ວ່າ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ 2 ປະ​ເທດ​ຫວຽດ​ນາມ-ລາວ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຊ່ວຍ​ເຫຼືອ​ຊຶ່ງ​ກັນ ແລະ ກັນ​ໃນ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ​ເມື່ອ​ກ່ອນນີ້ ກໍ​ຄື​ໃນ​ໄລ​ຍະ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ. ທ່ານ​ຫງວຽນ​ວັນ​ເລີ້ຍ ເລ​ຂາ​ພັກ​ແຂວງໆ​ບີງ​ເຟືອກ​ສະ​ແດງ​ຄວາມ​ຫວັງ​ວ່າ ແຜນ​ງານ​ຮ່ວມ​ມື​ລະ​ຫວ່າງ 2 ແຂວງ​ຈະ​ນັບ​ມື້​ນັບ​ພັດ​ທະ​ນາ​ໃນຫຼາຍ​ຂົງ​ເຂດ​ຄື ການ​ເມືອງ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ເສດ​ຖະ​ກິດ, ການ​ຄ້າ…

    ສ່ວນ​ທ່ານ ທ່ານ​ນາມ​ວິ​ຍາ​ເກດ, ເລ​ຂາ​ພັກ​ແຂວງ, ເຈົ້າ​ແຂວງໆ​ອັດ​ຕະ​ປື ຫວັງ​ວ່າ ສາຍ​ພົວ​ພັນ​ລະ​ຫວ່າງອັດ​ຕະ​ປື ແລະ ບີງ​ເຟືອກ ພ້ອມ​ກັບ​ບັນ​ດາ​ແຂວງ, ນະ​ຄອນ​ອື່ນໆ​ຂອງ​ຫວຽດ​ນາມ​ຈະ​ນັບ​ມື້​ນັບ​ເພີີ່ມ​ທະ​ວີ​ໃຫ້​ດີ​ຍິ່ງໆ​ຂຶ້ນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ​ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອ​ບ​ດ້ານ​ລະ​ຫວ່າງ 2 ປະ​ເທດ.

     

ຂ່າວ/ບົດ​ອື່ນ