ອັດວັນບຸນວັດທະນະທຳ-ກິລາແລະທ່ອງທ່ຽວເຂດຊົນເຜົ່າຂະແມພາກໃຕ້ຄັ້ງທີ 6 ປີ 2014
(vovworld) – ພິທີ ອັດວັນບຸນວັດທະນະທຳ - ກິລາ ແລະ ທ່ອງທ່ຽວເຂດຊົນເຜົ່າຂະແມພາກໃຕ້ຄັ້ງທີ 6 ປີ 2014ໄດ້ດຳເນີນໃນຕອນຄຳ່ວັນທີ 29/11, ຢູ່ນະຄອນວິແທງ (ເຫົ້າຢາງ). ດ້ວຍຫົວຂໍ້ວ່າ “ຊາວເຜົ່າຂະແມພາກໃຕ້ - ສາມັກຄີ, ສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ“, ໃນ 3 ວັນຜ່ານມາ, ເຫດການນີ້ໄດ້ດຶງດູດຊາວເຜົ່າຂະແມທີ່ຂຶ້ນກັບ 12 ແຂວງ, ນະຄອນພາກໃຕ້ເຂົ້າຮ່ວມ.
ທ່ານ ຫວໍວັນແຕ໋ງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງເຫົ້າຢາງ, ຮອງຫົວໜ້າຄະນະຈັດຕັ້ງວັນບຸນ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຈັດຕັ້ງການເຄື່ອນໄຫວຕ່າງໆເຊັ່ນ: ການແຂ່ງຂັນກິລາ, ການສະແດງສິລະປະຢູ່ນະຄອນວິແທງ, ດັ່ງນັ້ນໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກກິລາ ກໍ່ຄືກອງເຊຍ ແລະ ປະຊາຊົນເຂົ້າຮ່ວມການເຄື່ອນໄຫວທັງໝົດ. ສິ່ງດັ່ງກ່າວໄດ້ຮັບການຕີລາຄາສູງຈາກຫາງສຽງ “.