ພາບປະກອບ
|
(vovworld) – ຕອນບ່າຍວັນທີ 27/2, ຄະນະປະຈຳສະພາແຫ່ງຊາດໄດ້ອັດວາລະປະຊຸມຄັ້ງທີ 35, ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ກ່ອນອັດວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການກັກຂັງຊົ່ວຄາວ. ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໄດ້ສະຫງວນເວລາສ່ວນຫຼາຍໃຫ້ແກ່ວຽກງານສ້າງກົດໝາຍ, ກ່າວຄຳເຫັນອັດວາລະປະຊຸມ, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດສະເໜີບັນດາອົງການຮຽບຮຽງ ແລະ ກວດກາສົມທົບກັນຮັບເອົາຄຳເຫັນ, ສຳເລັດບັນດາເນື້ອໃນໃຫ້ແກ່ກອງປະຊຸມຄັ້ງຈະມາເຖິງຂອງສະພາແຫ່ງຊາດ. ທ່ານນາງຮອງປະທານສະພາແຫ່ງຊາດ ໃສ່ໃຈວ່າ: ໃນເດືອນ 3 ຈະມາເຖິງ, ບັນດາອົງການຂອງ ສະພາແຫ່ງຊາດ ຄວນສຸມໃສ່ບັນດາວຽກງານເພື່ອກະກຽມໃຫ້ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 ຈະດຳເນີນໄປຢູ່ຮ່າໂນ້ຍ.