ອົດສະຕາລີເປີດກວ້າງຕະຫຼາດສົ່ງອອກແລນເຂົ້າຫວຽດນາມ
(ພາບປະກອບ theland.com.au)
|
(vovworld) - ອົດສະຕາລີ ເປີດກວ້າງຕະຫຼາດສົ່ງອອກແລນເຂົ້າຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວບໍລິມາສິດອັນດັບໜຶ່ງຂອງບັນດານັກສົ່ງອອກແລນອົດສະຕາລີ ໃນປີ 2015. ອະທິບາຍກ່ຽວກັບສິ່ງດັ່ງກ່າວ, ທ່ານ Andrew Partridge, ຜູ້ຊ່ຽວຊານຂອງກຸ່ມບໍລິສັດ Techwool Trading, ຂອງອົດສະຕາລີ, ໃຫ້ຮູ້ວ່າ, ອົດສະຕາລີ ເປີດກວ້າງຕະຫຼາດຢູ່ອາຊີ ເພື່ອໃຫ້ຂະແໜງອຸດສາຫະກຳແລນຂອງປະເທດນີ້ບໍ່ຖືກອິງໃສ່ບັນດາຕະຫຼາດໃຫຍ່ຄືຈີນ, ເຊິ່ງແມ່ນປະເທດທີ່ຈຳໜ່ວຍ 70% ປະລິມານແລນສົ່ງອອກຂອງອົດສະຕາລີ. ປະຈຸບັນ, ຫວຽດນາມ ພວມໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ ເພື່ອໃຫ້ອົດສະຕາລີ ເປີດກວ້າງຕະຫຼາດສົ່ງອອກຜະລິດຕະພັນແລນ.