ອີຕາລີດຳເນີນການລົງປະຊາມະຕິ ກ່ຽວກັບການປະຕິຮູບລັດຖະທຳມະນູນ
(VOVWORLD) - ວັນທີ 20 ກັນຍາ, ພົນລະເມືອງ ອີຕາລີ ກ່ວາ 46 ລ້ານຄົນ ເຂົ້າຮ່ວມການປ່ອນບັດໃນການ ລົງປະຊາມະຕິກ່ຽວກັບການຫຼຸດ ຈຳນວນສະມາຊິກລັດຖະສະພາ.
ຜູ້ມີສິດເລືອກຕັ້ງມາປ່ອນບັດຢູ່ຈຸດເລືອກຕັ້ງຢູ່ Rome ອີຕາລີ (ພາບ: AFP/TTXVN)
|
ການລົງປະຊາມະຕິກ່ຽວກັບການຫຼຸດຈຳນວນສະມາຊິກຢູ່ທັງສອງລັດຖະລັດຖະໄດ້ຖືວ່າແມ່ນການເລີ່ມດຳເນີນຂອງວິວັດການປະຕິຮູບລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງຂອງອີຕາລີ. ໝາກຜົນຂອງການລົງປະຊາມະຕິນີ້ ກໍ່ຈະສ້າງຜົນກະທົບຕໍ່ສະພາບການດ້ານການເມືອງຂອງປະເທດນີ້, ພິເສດແມ່ນຄວາມສະຖຽນລະພາບຂອງລັດຖະບານໃນປັດຈຸບັນ ຍ້ອນວ່າ 2 ພັກຫຼັກແຫຼ່ງໃນສະຫະພັນກຳອຳນາດແມ່ນ M5S ແລະ PD ພວມມີບັນດາຄວາມບໍ່ລົງລອຍກັນ ກ່ຽວກັບບັນຫາຫຼຸດຜ່ອນຈຳນວນສະມາຊິກລັດຖະສະພາ.