ອິນ​ເດຍ ເຈ​ລະ​ຈາ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ການ​ຄ້າ ກັບ ສະ​ຫະ​ພາບ​ເອີ​ຣົບ

(VOVWORLD) - ປັດຈຸບັນ, ອິນເດຍ ຍັງບໍ່ທັນມີຂໍ້ຕົກລົງການຄ້າ ກັບ ອີຢູ. ການເຈລະຈາການຄ້າໃນຄັ້ງຕ່າງໆລະຫວ່າງສອງຝ່າຍໄດ້ຖືກຕັດຕອນນັບແຕ່ປີ 2013.

ວັນທີ 11 ກໍລະກົດ, ທ່ານ Piyush Goyal ລັດຖະມົນຕີກະຊວງການຄ້າ ອິນເດຍ ຖະແຫຼງວ່າ ປະເທດນີ້ ໄດ້ເລີ່ມດຳເນີນການເຈລະຈາການຄ້າກັບ ສະຫະພາບເອີຣົບ (ອີຢູ) ແລະ ພ້ອມແລ້ວເຈລະຈາກັບ ອັງກິດ ກ່ຽວກັບຂໍ້ຕົກລົງການຄ້າເສລີ. ອິນເດຍ ພ້ອມແລ້ວທີ່ຈະປຶກສາຫາລືກັບ ອັງກິດ ກ່ຽວກັບຂໍ້ຕົກລົງການຄ້າບຸລິມະສິດ ດ້ວຍເປົ້າໝາຍສຸດທ້າຍແມ່ນ ບັນລຸຂໍ້ຕົກລົງເສລີສະບັບໜຶ່ງລະຫວ່າງສອງປະເທດ. ທ່ານ Piyush Goyal ຍັງໃຫ້ຮູ້ວ່າ ທ່ານພວມເຈລະຈາກັບກຳມະການການຄ້າ ອີຢູ ກ່ຽວກັບຂໍ້ຕົກລົງສະບັບໜຶ່ງ ເຊິ່ງອາດຈະເລີ່ມຕົ້ນດ້ວຍຂໍ້ຕົກລົງການຄ້າບຸລິມະສິດ. ຕາມທ່ານແລ້ວ, ເປົ້າໝາຍສຸດທ້າຍແມ່ນບັນລຸຂໍ້ຕົກລົງການຄ້າເສລີສະບັບໜຶ່ງ.

        ປັດຈຸບັນ, ອິນເດຍ ຍັງບໍ່ທັນມີຂໍ້ຕົກລົງການຄ້າ ກັບ ອີຢູ. ການເຈລະຈາການຄ້າໃນຄັ້ງຕ່າງໆລະຫວ່າງສອງຝ່າຍໄດ້ຖືກຕັດຕອນນັບແຕ່ປີ 2013.

 


ຕອບກັບ

ຂ່າວ/ບົດ​ອື່ນ