(vovworld) - ວັນທີ 01/01, ເສນາທິການໃຫຍ່ທະຫານບົກອິນເດຍ, ນາຍພົນ Bipin Rawat, ຖະແຫຼງວ່າ, ກອງທັບປະເທດນີ້ຢາກມີສັນຕິພາບໃນໂລກ, ແຕ່ຈະນຳໃຊ້ກຳລັງແຮງຖ້າມີຄວາມຕ້ອງການ. ກ່າວຄຳເຫັນຕໍ່ສື່ມວນຊົນ, ນາຍພົນ Bipin Rawat ຊີ້ແຈ້ງວ່າ: “ພວກເຮົາຢາກມີສັນຕິພາບ ແລະ ສະຖຽນລະພາບຢູ່ເຂດຊາຍແດນ ແຕ່ສິ່ງນັ້ນບໍ່ໝາຍຄວາມວ່າພວກເຮົາອ່ອນຍົນ. ພວກເຮົາມີຄວາມສາມາດຢ່າງພຽງພໍ ແລະ ກຽມພ້ອມ. ຖ້າຫາກມີຄວາມຈຳເປັນ, ພວດເຮົາຈະນຳໃຊ້ກຳລັງແຮງ”.