ອິນໂດເນເຊຍ ກໍ່ສ້າງເຂດບຳລຸງສຸຂະພາບຮັບໃຊ້ກອງປະຊຸມສຸດຍອດ G20 ແລະ ອາຊຽນ
(VOVWORLD) -ປະຈຸບັນ, ອົງການນີ້ໄດ້ເລີ່ມກະກຽມພັດທະນາບັນດາພື້ນຖານໂຄງລ່າງ ແລະ ວັດຖຸຈຳເປັນໃຫ້ແກ່ບັນດາເຫດການສຳຄັນນີ້.
ກຸ່ມບໍລິສັດພັດທະນາທ່ອງທ່ຽວອິນໂດເນເຊຍ (ITDC) ຈະກໍ່ສ້າງເຂດທ່ອງທ່ຽວຂັ້ນສູງກໍຄືບັນດາກິດຈະກຳສຳຮອງອື່ນໆຢູ່ເທດສະບານທະເລ Labuan Bajo, ແຂວງທາງທິດຕາເວັນອອກ Nusa Tenggara, ເພື່ອເປັນບ່ອນຈັດຕັ້ງກອງປະຊຸມຊຸດຍອດ G20 ແລະ ອາຊຽນ ໃນປີ 2023. ອຳນາດການປົກຄອງອິນໂດເນເຊຍ ໄດ້ກະຕຸກຊຸກຍູ້ໃຫ້ ITDC ພັດທະນາບັນດາສະຖານທີ່ທ່ອງທ່ຽວບຸລິມະສິດຄື: Mandalika, Labuan Bajo, Likupang. ຄາດວ່າ, ບັນດາກິດຈະກຳດັ່ງກ່າວຈະສ້າງສຳເລັດໃນປີ 2022, ສາມາດຕ້ອນຮັບແຂກເຂົ້າຮ່ວມກອງປະຊຸມຊຸດຍອດ G20 ແລະ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງປະມານ 10.000 ຄົນ. ປະຈຸບັນ, ອົງການນີ້ໄດ້ເລີ່ມກະກຽມພັດທະນາບັນດາພື້ນຖານໂຄງລ່າງ ແລະ ວັດຖຸຈຳເປັນໃຫ້ແກ່ບັນດາເຫດການສຳຄັນນີ້.