ອີຢູ ມອບທຶນສຶກສາ ລະດັບປະລິນຍາໂທ 200 ທຶນໃຫ້ແກ່ບັນດາປະເທດອາຊຽນ

(VOVWORLD) -ນັກສຶກສາສາມາດຮ່ຳຮຽນຕາມໂຄງການກໍ່ສ້າງລະດັບປະລິນຍາໂທ ຫຼາຍສຸດແມ່ນ 2 ປີຢູ່ມະຫາວິທະຍາໄລ 2 ແຫ່ງໃນ 2 ປະເທດເອີລົບທີ່ແຕກຕ່າງກັນ.

ວັນທີ 08 ກັນຍາ, ຄະນະຜູ້ຕາງໜ້າສະຫະພາບເອີລົບ (ອີຢູ) ປະຈຳອາຊຽນ ໃຫ້ຮູ້ວ່າ, ມີນັກສຶກສາ 205 ຄົນທີ່ມາຈາກບັນດາປະເທດໃນພາກພື້ນອາຊຽນ ໄດ້ຮັບທຶນສຶກສາລະດັບປະລິນຍາໂທເຊື່ອມຕໍ່ Erasmus Mundus ຈະເລີ່ມແຕ່ສົກຮຽນ 2020. ນີ້ແມ່ນຈຳນວນທຶນສຶກສາບັນລຸລະດັບສະຖິຕິ.

          ດ້ວຍບັນດາທຶນສຶກສາຄົບຖ້ວນດັ່ງກ່າວ, ນັກສຶກສາສາມາດຮ່ຳຮຽນຕາມໂຄງການກໍ່ສ້າງລະດັບປະລິນຍາໂທ ຫຼາຍສຸດແມ່ນ 2 ປີຢູ່ມະຫາວິທະຍາໄລ 2 ແຫ່ງໃນ 2 ປະເທດເອີລົບທີ່ແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ