ອີຢີບປ່ອນບັດເລືອກຕັ້ງປະທານາທິບໍດີ ຮອບທີ 2

ອີຢີບປ່ອນບັດເລືອກຕັ້ງປະທານາທິບໍດີ ຮອບທີ 2 - ảnh 1
ປະຊາຊົນ ອີຢີບ ປ່ອນບັດເລືອກຕັ້ງປະທານາທິບໍດີ

(vovworld) - ວັນ​ທີ 16/6, ປະຊາຊົນ ອີ​ຢີບ ​ເລີ່​ມຕົ້ນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ ຮອບ​ທີ 2. ການ​ເລືອກ​ຕັ້ງ​ດຳ​ເນີນ​ໄປ​ໃນ 2 ວັນ ຄື​ວັນ​ທີ 16 ​​ແລະ 17/6. ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອີ​ຢີບປະມານ 50 ລ້ານ​ຄົນ​ຈະ​ໄປ​ປ່ອນ​ບັດ​ຢູ່ ສະຖານ​ທີ່​ ປ່ອນບັດ 13.000 ແຫ່ງ ໃນ 24 ​ແຂວງ. ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 2 ທ່ານ ​ໃນ​ຮອບ​ເລືອກ​ຕັ້ງ​ໂດຍ​ກົງ​ນີ້ ​ແມ່ນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ອົງການ​ອ້າຍ​ນ້ອງ​ມຸດ​ສະລີ​ມ, ທ່ານ Mohamed Mursi ​ແລະ ອະດີດ​ນາຍົກລັດຖະມົນຕີ​ໃນ​ສະ​ໄຫມ​ປະທານາທິບໍດີ Mubarak , ທ່ານ Ahmed Shafiq. ຕາມ​ແຜນການ, ຕຳ​ແຫນ່​ງປະທານາທິບໍດີ​ໃຫມ່​ຈະ​ໄດ້​ຮັບ​ການ​ປະກາດ​ໃນ​ວັນ​ທີ 21/6 ​ແລະ ກອງທັບ​ຈະ​ດຳ​ເນີນ​ການ​ມອບ​ໂອນ​ສິດ​ອຳນາດ​ໃນ​ວັນ​ທີ 30/6. ດ້ວຍ​ເຫດການ​ທີ່​ມີ​ລັກສະນະ​ປະຫວັດສາດ​ນີ້, ຊາວ ອີ​ຢີບ ຕັ້ງ​ຄວາມ​ຫວັງ​ຕໍ່​ການ​ເລືອກຕັ້ງ​ເສລີ ດ້ວຍ​ບັດ​ເລືອກ​ຕັ້ງ​​ເພື່ອ​ຕັດສິນ​ຊາຕາ​ກຳ ​ແລະ ອະນາຄົດ​ຂອງ​ຊາດ​ຕົນ.

 

ຂ່າວ/ບົດ​ອື່ນ