ອີຢີບມານະພະຍາຍາມ ແກ້ໄຂວິກິດການດ້ານ ການເມືອງ
(ພາບ::dantri.com.vn)
(vovworld) - ທ່ານປະທານາທິບໍດີອີຢີບ Mohamed Morsi ພວມມີບັນດາການກະທຳໄກ່ເກ່ຍປອງດອງໃໝ່ ສຳລັບບັນດາກຳລັງຝ່າຍຄ້ານເພື່ອແນໃສ່ແກ້ໄຂວິກິດການດ້ານການເມືອງນັບມື້ນັບຮ້າຍແຮງໃນປະຈຸບັນຢູ່ປະເທດນີ້. ໜັງສືພິມລາຍວັນ Al Ahram ສະບັບອອກວັນທີ 10/3 ໄດ້ຄັດສະເໜີແຫຼ່ງຂ່າວຈາກທຳນຽບປະທານາທິບໍດີອີຢີບ ໂດຍໃຫ້ຮູ້ວ່າ: ປະທານາທິບໍດີອີຢີບ Mohamed Morsi ຈະແຕ່ງຕັ້ງທີ່ປຶກສາສະໜິດສະໜົມສອງທ່ານ ດຳເນີນການເຈລະຈາຄັ້ງຕ່າງໆກັບແນວໂຮມກູ້ຊາດ (NSF) ແລະ ບັນດາຂະບວນການການເມືອງຂອງຊາວໜຸ່ມ. ທີ່ປຶກສາຜູ້ທີ 1 ໄດ້ຮັບມອບໝາຍໜ້າທີ່ພົບປະກັບ NSF ເພື່ອແນໃສ່ເກ້ຍກ່ອມພັນທະມິດຝ່າຍຄ້ານນີ້ ເຂົ້າຮ່ວມບັນດາຮອບເຈລະຈາແຫ່ງຊາດ. ທີ່ປຶກສາຜູ້ທີ 2 ຈະດຳເນີນການເຈລະຈກັບບັດນາຂະບວນການຂອງຊາວໜຸ່ມ ເພື່ອຊອກຫາຂໍ້ຕົກລົງກ່ຽວກັບໄລຍະເວລາຈັດການພົບປະກັບປະທານາທິບໍດີ. ມາຮອດປະຈຸບັນ, NSF ຍັງປະຕິເສດບັນດາການເຈລະຈາໂດຍທ່ານ Mohamed Morsi ຈັດຕັ້ງຂຶ້ນ ພ້ອມທັງປະກາດຈະເຂົ້າຮ່ວມໃນຂະນະທີ່ທຳນຽບປະທານາທິບໍດີຕອບສະໜອງບັນດາເງື່ອນໄຂຕັດສິນຊີ້ຂາດຄື: ການປະຕິຮູບລັດຖະບານ, ບົດຕຳແໜ່ງຫົວໜ້າໄອຍະການ ແລະ ສືບສວນບັນດາການໃຊ້ຄວາມຮຸນແຮງດ້ານການເມືອງຫວ່າງແລ້ວນີ້.