ອີຢູເຫັນດີໃຫ້ຢູແກຼນກູ້ຢືມບ້ວງເງິນ2ຕື້USD
ບ່ອນແລກປ່ຽນເງິນຕາຢູ່ ກີແອບ
(ພາບ: Reuters)
|
(vovworld) – ວັນທີ 27/1, ລັດຖະມົນຕີການເງິນບັນດາປະເທດສະມາຊິກສະຫະພາບ ເອີລົບ (ອີຢູ) ໄດ້ເຫັນດີເປັນເອກະສັນໃຫ້ ຢູແກຼນ ກູ້ຢືມ 1,8 ຕື້ ເອີໂຣ (ເທົ່າກັບ 2 ຕື້ USD) ເພື່ອຊ່ວຍໃຫ້ປະເທດນີ້ຫຼີກລ້ຽງໄພລົ້ມລະລາຍ, ພ້ອມທັງມີການຊັ່ງຊາເພີ່ມການໜູນຊ່ວຍໃນໄລຍະຈະມາເຖິງ. ລັດຖະບານຂອງຫຼາຍປະເທດ ເອີລົບ, ໃນນັ້ນມີ ອັງກິດ, ມີເຈດຈຳນົງສະໜອງໃຫ້ ຢູແກຼນ ບັນດາບ້ວງເງິນກູ້ຢືມໄລຍະກາງໃນປີ 2015 – 2016 ດ້ວຍຍອດຈຳນວນເງິນຂຶ້ນເຖິງ 2,6 ຕື້ ເອີໂຣ.
ປະຈຸບັນ, ຢູແກຼນ ພວມຕ້ອງ ອີງໃສ່ໂຄງການໜູນຊ່ວຍຂອງກອງທຶນເງິນຕາສາກົນ (IMF) ເພື່ອຫຼີກລ້ຽງສະພາບການລົ້ມລະລາຍ. ງົບປະມານຂອງອຳນາດການປົກຄອງ ກີແອບ ພວມຖືກຂາດດຸ່ນຈຳນວນເງິນ 15 ຕື້ USD.