(vovworld) – ວັນທີ 11/01, ອີຣານ ຮຽກຮ້ອງໄດ້ເສີມທາດຢູຣານຽມ ຕື່ມອີກ ໃນສະພາບທີ່ ມີພຽງ 2 – 3 ວັນອີກ, ການເຈລະຈາລະຫວ່າງອີຣານ ແລະ ບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກ ກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້ໄດ້ຮັບການເຊື່ອມຕໍ່ຄືນໃໝ່ ຢູ່ເຊີແນວ, ປະເທດຊະວິດ. ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານຸອີຣານ (IAEO) Ali Akbar Salehi, ຊີແຈ້ງວ່າ, ໃນຮອບເວລາ 8 ປີ, ອີຣານ ຈະຕ້ອງການຢູຣານຽມ ໄດ້ຮັບການເສີມແລ້ວຫຼາຍກວ່າທົບ 12 ເທົ່າ ເມື່ອທຽບໃສ່ປະຈຸບັນ, ຈາກ 2,5 ໂຕນ ໃນປະຈຸບັນ, ຂຶ້ນເຖິງ 30 ໂຕນ. ແຕ່ວ່າ, ທ່ານຜູ້ອຳນວນການໃຫຍ່ IAEO ໃຫ້ຮູ້ວ່າ, ບັນດາປະເທດຝ່າຍຕາເວັນຕົກ ໄດ້ປະຕິເສດຄຳຮຽກຮ້ອງຂອງປະເທດນີ້ ແລະ ບັງຄັບໃຫ້ອີຣານ ຫຼຸດຜ່ອນຈຳນວນຈັກພົ້ນສູນ.