ອີຣານແລະປາກິດສະຖານໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ອີຣານແລະປາກິດສະຖານໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ - ảnh 1
ເຕ​ເຣ​ຣານ ພ້ອ​ມ​ແລ້ວ​ທີ່​ຈະ​ເພີ່ມ​ທ​ະ​ວີ
​ການ​ພົວ​ພັນ​ກັບ ​ອິດ​ສະ​ລ​າ​ມາ​ບາດ ໃນ​ທຸດ​ຂົງ​ເຂດ
(ພາບ: AFP)

(vovworld) - ໃນ​ການ​ຢ້ຽມ​ຢາມ​ປາ​ກິດ​ສະ​ຖານ ວັນ​ທີ 25/03, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ Hassan Rouhani ຢັ້ງ​ຢືນ​ວ່າ, ເຕ​ເຣ​ຣານ ພ້ອ​ມ​ແລ້ວ​ທີ່​ຈະ​ເພີ່ມ​ທ​ະ​ວີ​ການ​ພົວ​ພັນ​ກັບ ​ອິດ​ສະ​ລ​າ​ມາ​ບາດ ໃນ​ທຸດ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຄ້າ ແລະ ການ​ລົງ​ທຶນ. ທີ່​ການ​​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິດ​ສະ​ຖານ Nawaz Sharif ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ເຖ​ິງ ອິດ​ສະ​ລ​າ​ມາ​ບາດ ໃນ​ລະ​ຫວ່າງວັນ​ທີ 25 – 26/03, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອິ​ຣານ ຖື​ວ່າ, ອີ​ຣານ ແລະ ປາ​ກິດ​ສະ​ຖານ ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ໃນ​ນັ້ນ​ຊີ້​ແຈ້ງວ່າ ອີ​ຣານ ພ້ອ​ມ​ແລ້ວ​ທີ່​ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ປາ​ກິດ​ສະ​ຖານ ​ໃນບັນ​ດາ​ຂົງ​ເຂດ​ຄື​ພະ​ນັກ​ງານ ແລະ ໄຟ​ຟ້າ. ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Nawaz Sharif ໄດ້​ເຫັນ​ດີ​ກັບ​ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ທ່ານ Rouhani. 2 ຝ່າຍ​ພ້ອ​ມ​ກັບ​ວາງ​ຄາດ​ໝາຍ​ຍົກ​ການ​ແລກ​ປ່ຽນ​ຄ້າ​ຂາຍ 2 ຝ່າຍ​ຂຶ້ນ​ເຖິງ 5 ຕື້ USD/ປີ ກໍ​ຄື​ຜັນ​ຂະ​ຫຍາຍ​ໂຄງ​ການກໍ່​ສ້າງ​ລະ​ບົບ​ທໍ່​ສົ່ງ​ນຳ​ມັນ​ລວມ ແລະ ເພີ່ມ​ທະ​ວ​ີ​ການ​ຮ່ວມ​ມື​ລະ​ຫວ່າງ​ທ່າ​ກ່ຳ​ປັ່ນ Chabahar ແລະ Gwadar.

ຂ່າວ/ບົດ​ອື່ນ