ອີຣານໄດ້ຈັດສິນໂທດປະຫານຊີວິດນັກວິທະຍາສາດນິວເຄຼຍຍ້ອນເປັນນັກສືບສອດແນມ
ນັກວິທະສາສາດນິວເຄຼຍ Shahram Amiri
(ພາບປະກອບ: AFP/TTXVN)
(vovworld) - ໂຄສົກຂອງອົງການຕຸລາການອີຣານ Gholam Hossein Mohsei Ejei ຢັ້ງຢືນວ່າ ອີຣານ ໄດ້ປະຫານຊີວິດນັກວິທະສາສາດນິວເຄຼຍ Shahram Amiri ຍ້ອນເປັນນັກສືບສອດແນມໃຫ້ອາເມລິກາ. ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນທີ 07/08, ທ່ານ Ejei ໃຫ້ຮູ້ວ່າ, ຜ່ານການພົວພັນກັບອາເມລິກາ, ນັກວິທະຍາສາດ Amiri ໄດ້ສົ່ງຂໍ້ມູນສຳຄັນຂອງອີຣານ ໃຫ້ອາເມລິກາ. ສານແຫ່ງໜຶ່ງໄດ້ຕັດສິນປະຫານຊີິວິດ Amiri ແລະ ສານສູງສຸດອີຣານ ກໍເຫັນດີຕໍ່ຄຳຕັດສິນນີ້.