ພິທີເຊັນສັນຍາຫຼີກລ້ຽງການເກັບພາສີຊ້ອນ ລະຫວ່າງ 2 ຝ່າຍ
(ພາບ: ສຳນັກຂ່າວສານ ຫວຽດນາມ)
|
(vovworld) - ລັດຖະບານ ຫວຽດນາມ ຫາກໍ່ປະກາດໃຊ້ມະຕິອະນຸມັດຜ່ານສັນຍາ ແລະ ອະນຸສັນຍາລະຫວ່າງ ຫວຽດນາມ ແລະ ອາເມລິກາ ກ່ຽວກັບການຫຼີກລ້ຽງການເກັບພາສີຊ້ອນ ແລະ ສະກັດກັ້ນການໜີພາສີສຳລັບບັນດາປະເພດພາສີລາຍຮັບ. ລັດຖະບານ ຮຽກຮ້ອງກະຊວງການຕ່າງປະເທດ ປະກອບບັນດາເອກະສານການຕ່າງປະເທດ, ປະກາດ ແລະ ເກັບຮັກສາສັນຍາ ແລະ ອະນຸສັນຍາຕາມຂໍ້ກຳນົດຂອງກົດໝາຍ. ກະຊວງການເງິນເປັນປະທານ, ສົມທົບກັບບັນດາກະຊວງ, ອົງການກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍປະຕິບັດພາຍຫຼັງສັນຍາ ແລະ ອະນຸສັນຍາມີຜົນສັກສິດ.