ອະນຸສັນຍາເພີ່ມເຕີມທີ3ສົນທິສັນຍາກ່ຽວກັບສິດຂອງເດັກເລີ່ມມີຜົນສັກສິດ

ອະນຸສັນຍາເພີ່ມເຕີມທີ3ສົນທິສັນຍາກ່ຽວກັບສິດຂອງເດັກເລີ່ມມີຜົນສັກສິດ - ảnh 1
ພາບປະກອບ

(vovworld) – ອະນຸ​ສັນຍາ​ເພີ່ມ​ເຕີ​ມສົນທິສັນຍາ​ກ່ຽວ​ກັບ​ສິດ​ຂອງ​ເດັກ​, ທີ່​ສະມັດຊາ​ໃຫຍ່ ສປຊ ​ໄດ້ຮັບຮອງ​ເອົາ​ເມື່ອທ້າຍ​ປີ 2011, ​ເລີ່​ມມີ​ຜົນ​ສັກສິດ. ຕາມ​ຂໍ້​ກຳນົດ​ຂອງ​ອະນຸ​ສັນຍາ​ດັ່ງກ່າວ​ແລ້ວ, ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ​ເມື່ອ​ບັນດາ​ສິດ​ຂອງ​ຕົນ​ຖືກ​ລະ​ເມີດ ເດັກນ້ອຍ​ທີ່​ດຳລົງ​ຊີວິດ​ຢູ່​ທຸກໆ​ບ່ອນ​ໃນ​ໂລກ​ລ້ວນ​​ແຕ່​ມີ​ສິດ​ກ່າວ​​ໂທ​ດ​ເຖິງ ສປຊ. ນີ້​ໄດ້​ຮັບ​ຖື​ວ່າ: ​ແມ່ນສັງ​ກາດ​ໃໝ່​ໃນ​ຂົງ​ເຂດ​ປົກ​ປ້ອງ​ສິດ​ຂອງ​​ເດັກ​ໃນ​ທົ່ວ​ໂລກ. ​ເອກະສານ​ນີ້​ໄດ້​ສ້າງ​ບັນດາ​ຄວາມ​ສາມາດ ​ແລະ ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ເດັກນ້ອຍ​ກ່າວ​​ໂທດ​ຂຶ້ນເຖິງ​ຄະນະ​ກຳມະການ​ກ່ຽວ​ກັບ​ສິດ​ຂອງ​ເດັກ ຂອງ ສປຊ ບັນດາ​ການ​ກະທຳລະ​ເມີດ​​ສິດ​ຂອງ​ຕົນ​ຢູ່​ທຸກ​ໆ​ປະ​ເທດ​ທີ່ໄດ້​ເຊັນ​ສົນທິສັນຍາ. ບັນດາ​ການລະ​ເມີດ​ສິດ​ຂອງ​ເດັກ​ສ່ວນຫຼາຍ​​ແມ່ນ​ກ່ຽວຂ້ອງ​ເຖິງ​ການ​ຄ້າຂາຍ, ການ​ສວຍ​ໃຊ້​ທາງ​ເພດ​​, ​​ເຜີຍ​ແຜ່​​ຮູບ​ພາບ, ໜັງສືພິມກະຕຸກ​ກາມ​ມະ​ລົມ​ເດັກ, ລະ​ເມີດ​ສິດ​ໄດ້​ຫຼ້າ​ຫຼີ້ນ, ຮຳ່ຮຽນ, ບັງຄັບ​ເດັກນ້ອຍ​ຕ້ອງ​ອອກ​ແຮງ​ງານ​ຫາ​ເງິນລ້ຽງ​ຊີບ, ຫຼື​​ເຂົ້າ​ຮ່ວມ​ການ​ປະ​ທະ​ກັນ, ສົງຄາມ​ຄັ້ງ​ຕ່າງ​ໆ.

 


ຂ່າວ/ບົດ​ອື່ນ