ອາຊຽນ ຊຸກຍູ້ການສ້າງ ປະຊາຄົມເສດຖະກິດ

ອາຊຽນ ຊຸກຍູ້ການສ້າງ ປະຊາຄົມເສດຖະກິດ - ảnh 1

ມຸ້ງ​ໄປ​ເຖິງ​ການສ້າງປະຊາ​ຄົມ​ເສດຖະກິດອາ​ຊຽນ​ ໃນ​ປີ 2015

 (ພາບdanang.gov.vn)

(vovworld)- ວັນ​ທີ 27/2, ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ໄດ້​ຈັດ​ກອງ​ປະ​ຊົມ​ຂັ້ນລັດຖະມົນຕີ​ເສດຖະກິດ​ບໍ່​ເປັນ​ທາງ​ການຄັ້ງທີ 18 ຢູ່​ນະຄອນຫຼວງ Nay Pyi Taw ປະ​ເທດ​ມ້ຽນ​ມາ ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງວິວັດ​ການສ້າງ​ປະຊາ​ຄົມ​ເສດຖະກິດອາ​ຊຽນ. ກອງ​ປະຊຸມ​ໂດຍ​ທ່ານລັດຖະມົນຕີ​ກະຊວງ​ການ​ຄ້າ​ກຳປູ​ເຈຍ Cham Pransidh ​ເປັນ​ປະທານ ​​ແລະ ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້ຕາງໜ້າ​ບັນດາ​ປະ​ເທດ​ສະມາຊິກ, ທ່ານ​ເລຂາທິການ​ອາ​ຊຽນ ສຸຣິນ ພິດ​ສຸວັນ, ຜູ້ຕາງໜ້າ​ສະຖານທູດ​ບັນດາ​ປະ​ເທດ ​ອາ​ຊຽນ ປະຈຳ​ ມ້ຽນ​ມາ ​ແລະ ​ຄະນະ​ເລຂາ​ອາ​ຊຽນ. ປະຈຸບັນ, ກຳປູ​ເຈຍ ພວມ​ຮັບ​ປະກັນ​ບົດບາດ​ເປັນ​ປະທານ​ຜັດປ່ຽນ​ຂອງ ອາ​ຊຽນ. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ບັນດາ​ການ​ທ້າ​ທາຍ ​ແລະ​ ຄວາມ​ອ່ອນ​ແອ​ໃນ​ການສ້າງ​ປະຊາ​ຄົມ​ເສດຖະກິດອາ​ຊຽນ​ໃນ​ປີ 2015 ​ແລະ ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນດາ​ໜ້າ​ທີ່​ຕ້ອງ​ປະຕິບັດ​ສຳ​ເລັດ​ໃນ​ປີ​ນີ້. ກອງ​ປະຊຸມ​ຍັງ​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ​ເພື່ອ​ກາຍ​ເປັນ​ປະຊາ​ຄົມ​ເສດຖະກິດ ​ແລະ ຊຸກຍູ້​ບັນດາ​ການ​ບໍລິການ​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ​ ​ເສດຖະກິດ​ພາກ​ເອກະ​ຊົນ ກໍ​ຄື​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຝ່າຍ​ໂອ້​ລົມສົນທະນາ.

ຂ່າວ/ບົດ​ອື່ນ