ອາຊຽນ ແບ່ງປັນຂໍ້ມູນກ່ຽວກັບຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 05/06, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນກອງປະຊຸມຄັ້ງທີ 34 ຂອງຄະນະກຳມະການສະສົມຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານອາຊຽນ (AFSRB). ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບົດບາດ ແລະ ມາດຕະການຂອງ AFSRB ໃນການປັບປຸງ ແລະ ແບ່ງປັນຂໍ້ມູນກ່ຽວກັບການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການໃນພາກພື້ນ, ເພື່ອແນໃສ່ຮັດແຄບຊ່ອງຫວ່າງລະຫວ່າງບັນດາປະເທດອາຊຽນ, ກ້າວໄປເຖິງວິໄສທັດ, ສີສັນ, ປະຊາຄົມໜຶ່ງ. ຜູ້ແທນບັນດາປະເທດອາຊຽນ ກໍ່ປຶກສາຫາລືກ່ຽວກັບບັນດາຫຼັກການຂອງຂອບເຂດຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ສັງລວມອາຊຽນ ແລະ ແຜນການເຄື່ອນໄຫວຍຸດທະສາດກ່ຽວກັບການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນພາກພື້ນອາຊຽນ ໄລຍະ 2015 – 2020 ເພື່ອຍື່ນສະເໜີຕໍ່ກອງປະຊຸມຂັ້ນສູງກະສິກຳ - ປ່າໄມ້ອາຊຽນ ເຊິ່ງຈະຈັດຂຶ້ນໃນເດືອນ 08/2014 ແລະ ບັນດາເຈົ້າໜ້າທີ່ອື່ນໆ.